ອາເມລິກາ,ອັງກິດ,ຝລັ່ງຍື່ນສະເໜີຕໍ່ສະພາຄວາມໝັ້ນຄົງສປຊມະຕິສືບສວນການບຸກໂຈມຕີອາວຸດເຄມີຢູ່ຊີຣີ

ອາເມລິກາ,ອັງກິດ,ຝລັ່ງຍື່ນສະເໜີຕໍ່ສະພາຄວາມໝັ້ນຄົງສປຊມະຕິສືບສວນການບຸກໂຈມຕີອາວຸດເຄມີຢູ່ຊີຣີ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ​ວັນ​ທີ 11/04, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອັງ​ກິດ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ Matthew Rycroft ໃຫ້​ຮູ​້​ວ່າ, ອັງ​ກິດ, ຝ​ລັ່ງ ແລະ ອາ​ເມ​ລິ​ກາ ໄດ້​ຍື່ນ​ສະ​ເໜີ​ຮ່າງ​ມະ​ຕິ​ໃໝ່​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ, ຕາມນັ້ນ​ແລ້ວ ຮຽກ​ຮ້ອງໃຫ້​ສືບ​ສວນ​ເຫດ​ການ​ໂດຍ​ໄດ້​ຮັບ​ຖື​ວ່າ​ແມ່ນ​ການ​ບຸກ​ໂຈມ​ຕີ​ດ້ວຍອາ​ວຸດ​ເຄ​ມີ​ຢູ່​ຊີ​ຣີ. ​ໃນ​ສື່ສັງ​ຄົມ Twitter, ທ່ານ Rycroft ເວົ້າ​ວ່າ, ມະ​ຕິ​ສະ​ບັບ​ໃໝ່​ຈະ​ຮຽກ​ຮ້ອງ “ການ​ຮ່ວມ​ມື​ຢ່າງ​ຄົບ​ຖ້ວນ​ກັບ​ການ​ສືບ​ສວນ” ເຫດ​ບຸກ​ໂຈມ​ຕີ​ຢູ່ Khan Sheikhun, ເທດ​ສະ​ບານ​​ເມືອງ​ຢູ່​ໃຕ້​ການ​ຄວ​ບ​ຄຸມ​ຂອງ​ພວກ​ກະ​ບົດ​ຊີ​ຣີ ຢູ່​ແຂວງ Idlib.

        ແລະກໍ່​ໃນ​ວັນ​ດຽວ​ກັນ, ຫົ​ວ​ໜ້າ​ກົມ​ການຮົບ​ສັງ​ກັດກົມ​ເສ​ນາ​ທິ​ການ​ໃຫຍ່​ກຳ​ລັງ​ປະ​ກອບ​ອາ​ວຸດ​ລັດ​ເຊຍ, ພົນ​ຕີ Sergei Rudskoy ໃຫ້​ຮູ​້​ວ່າ, ອ​ຳ​ນາດ​ການ​ປົກ​ຄອງ​ຊີ​ຣີ ພ້ອມ​ແລ້ວ​ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ນັກ​ຊ່ຽວ​ຊານ​ສາ​ກົນ​ກວດ​ກາ​ຖານ​ທີ່​ໝັ້ນ​ການ​ທະ​ຫານ​ຂອງ​ຊີ​ຣີ ເພື່ອ​ຊອກ​​ຫາ​ຮອງ​ຮອຍຂອງ​ອາ​ວຸດ​ເຄ​ມີ.

ຕອບກັບ

ຂ່າວ/ບົດ​ອື່ນ