ອາເມລິກາອອກຄຳສັ່ງສືບສວນຈີນ ແລະ WHO ກ່ຽວຂ້ອງເຖິງໂລກລະບາດໂຄວິດ 19

(VOVWORLD) -ເຈົ້າຫນ້າທີ່ອຳນາດການປົກຄອງອາເມລິກາ ສອງທ່ານ ໃຫ້ຮູ້ວ່າ: ທຳນຽບຂາວ ໄດ້ອອກຄຳສັ່ງໃຫ້ບັນດາອົງການສືບລາຊະການລັບ ອາເມລິກາ ສືບສວນກ່າວຫາ ຈີນ ແລະ ອົງການອະນາໄມໂລກ  WHO ໄດ້ມີການປົກປິດຂໍ້ມູນຂ່າວກ່ຽວກັບໂລກລະບາດ ໂຄວິດ 19. 

ອາເມລິກາອອກຄຳສັ່ງສືບສວນຈີນ ແລະ WHO ກ່ຽວຂ້ອງເຖິງໂລກລະບາດໂຄວິດ 19 - ảnh 1 ຫ້ອງທົດລອງ ຢູ່ ສະຖາບັນ ໄວຣັດ ວິທະຍາ ອູ່ຫັນ ປະເທດຈີນ

ພາບ: AFP

ຕາມບັນດາເຈົ້າຫນ້າທີ່ນີ້ແລ້ວ, ບັນດາອົງການສືບລາຊະການລັບ ອາເມລິກາ ໄດ້ຮັບຄຳສັ່ງສຳຫລວດກວດກາທຸກການແລກປ່ຽນ ແລະ ຂໍ້ມູນ ເພື່ອແນໃສ່ ຢັ້ງຢືນ ຈີນ ແລະ ນັບທັງ WHO ປົກປິດຂໍ້ມູນໃນເບື້ອງຕົ້ນກ່ຽວກັບໂລກລະບາດໂຄວິດ 19 ຫລືບໍ່?

ຟ້າມຮວັນ ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ