ອາເມລິກາອາດຈະຕໍ່ກຳນົດເວລາສຳລັບສົນທິສັນຍາ New START ກັບລັດເຊຍ ຕື່ມອີກ 5 ປີ

(VOVWORLD) -ເຖິງຢ່າງໃດກໍ່ຕາມ, ຂໍ້ຕົກລົງຈະຕ້ອງໄດ້ຍົກອອກໂດຍໄວ ກ່ອນທີ່ສົນທິສັນຍາດັ່ງກ່າວໝົດຜົນສັກສິດໃນວັນທີ 05 ກຸມພາ ຈະມາເຖິງ.
ອາເມລິກາອາດຈະຕໍ່ກຳນົດເວລາສຳລັບສົນທິສັນຍາ New START ກັບລັດເຊຍ ຕື່ມອີກ 5 ປີ - ảnh 1

ບາງແຫຼ່ງຂ່າວໃຫ້ຮູ້ວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ ຄົນໃໝ່ Joe Biden ພວມຊອກຫາວິທີຕໍ່ກຳນົດເວລາສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ກັບລັດເຊຍ ຕື່ມອີກ 5 ປີ.

        ບັນດາແຫຼ່ງຂ່າວໃຫ້ຮູ້ວ່າ, ນັກກົດໝາຍອາເມລິກາ ໄດ້ຮັບຂໍ້ມູນກ່ຽວກັບແນວຄວາມຄິດດັ່ງກ່າວຂອງທ່ານປະທານາທິດີ Joe Biden, ເຖິງຢ່າງໃດກໍ່ຕາມ, ຂໍ້ຕົກລົງຈະຕ້ອງໄດ້ຍົກອອກໂດຍໄວ ກ່ອນທີ່ສົນທິສັນຍາດັ່ງກ່າວໝົດຜົນສັກສິດໃນວັນທີ 05 ກຸມພາ ຈະມາເຖິງ. ນັກຊ່ຽວຊານຫຼາຍທ່ານມີຄວາມວິຕົກກັງວົນຕໍ່ເລື່ອງສົນທິສັນຍານີ້ຈະໝົດຜົນສັກສິດ ເຮັດໃຫ້ບໍ່ສາມາດຄວບຄຸມອາວຸດນິວເຄຼຍຍຸດທະສາດປະເພດຕ່າງໆໄດ້ ແລະ ອາດຈະພາໄປເຖິງການຊ່ວງເສັງອາວຸດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ