ອາເມລິກາອາໄລຫາບັນດາຜູ້ປະສົບເຄາະຮ້າຍ11/9

ອາເມລິກາອາໄລຫາບັນດາຜູ້ປະສົບເຄາະຮ້າຍ11/9 - ảnh 1
ປະທານາທິບໍດີ Barack Obama
(ພາບປະກອບຈາກ YouTube)

(vovworld) - ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ວັນ​ທີ 11/9 ​ໃນ​ທົ່ວ​ປະ​ເທດ ອ​າ​ເມ​ລິ​ກາ ​ເພື່ອ​ອາ​ໄລ​ຫາ 15 ປີ​​ແຫ່ງ​ວັນ​ເກີດ​​ເຫດບຸກ​ໂຈມຕີ​ກໍ່​ການ​ຮ້າຍ​ທີ່ເຮັດ​ໃຫ້​ເກືອບ 3.000 ຄົນ​ເສດ​ຍຊີວິດ. ປະຊາຊົນ ອາ​ເມ​ລິ​ກາ ນັບພັນໆ​ຄົນ​ໄດ້​ເຕົ້າ​ໂຮມກັນສະຖານທີ່​ຫຼາຍ​ແຫ່ງ​ເພື່ອ​ອາ​ໄລ​ຫາ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ເຫ​ດກໍ່​ການ​ຮ້າຍ​ທີ່​ນອງ​ເລືອດ. ຢູ່ນະຄອນຫຼວງ ວໍ​ຊິງ​ຕັນ, ທ່ານ​ປະທານາທິບໍດິ ອາ​ເມ​ລິ​ກາ Barack Obama ພ້ອມ​ກັບ​ຄອບຄົວ ​ແລະ ບັນດາ​ເຈົ້າ​ໜ​້າທີ່​ໄດ້​ສະຫງວນ​ເວລາ 1 ນາທີ​ເພື່ອ​ອາ​ໄລ​ຫາ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ເຫດກໍ່ການ​ຮ້າຍ​ເມື່ອ​ວັນ​ທີ 11/9 ຢູ່​ສູນ​ການ​ຄ້າ​ໂລກ. ຫຼັງ​ຈາກ​ນັ້ນ, ທ່ານ Obama ​ໄດ້​ເຂົ້າ​ຮ່ວມ​ພິທີອາ​ໄລ​ຫາ​ຢູ່​ທຳນຽບ 5 ​ແຈ:

        “ພວກ​​ເຮົາ​ຍາມ​ໃດ​ກໍ່​ຈົດ​ຈຳ ​ແລະ ຈະ​ບໍ່​ສາມາດ​ຫຼົງ​ລືມປະຊາຊົນ​ເກືອ​ບ 3.000 ຄົນ​ທີ່​ໄດ​້ເສຍ​ຊີວິດ​. ພວກ​ເຮົາ​ເຊີດ​ຊູ​ນຳ້​ໃຈ​ພິລະ​ອາດ​ຫານ​ຂອງ​ບັນດາ​ຜູ​້​ບໍ່​ຢ້ານ​ອັນຕະລາຍ​ເພື່ອ​ກູ້​ເອົາ​ຊີວິດ​ບັນດາ​ຄົນ​ທີ່ເຂົາ​ເຈົ້າ​ບໍ່​ລຶ້ງ​ເຄີຍ​. ພວກ​ເຮົາ​ພ້ອມ​ກັນ​ພາວະນາ ​ແລະ ຂອບ​ໃຈ​ກຳລັງ​ແຮງ​ທີ່​​ສ້າງ​ເປັນ​ກຳລັງ​ໜູນ​ໃຫ້​ແກ່​ພວກ​ເຮົາ​ໃນ 15 ປີຜ່ານມາ. 15 ປີ​ແມ່ນ​​ໄລຍະເວລາ​ຍາວສົມຄວນ ​ແຕ່​ສຳລັບ​ບັນດາ​ຄອບຄົວ​ທີ່​ມີຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ເຫດ​ດັ່ງກ່າວ​ມັນຄື​ດັ່ງ​ຫາ​ກໍ່​ເກີດ​ຂຶ້ນ​ໃນມື້ວານ​ນີ້. ຂ້າພະ​ເຈົ້າ​ຮູ້​ວ່າ, ບໍ່​ມີ​ຄຳ​ສັບ​ໃດຫຼື ການ​ກະທຳ​ໃດ​ຂອງ​ພວກ​ເຮົາ​​ແມ່ນສາມາດ​ບັນ​ເທົາ​ຄວາມ​ເຈັບ​ປວດ ​ຍ້ອນ​ການ​ເສຍ​ຊີວິດ​ຂອງຍາດຕິ​ພີ່ນ້ອງເຂົາ​ເຈົ້າ​ໄດ້.”

                                                        


ຂ່າວ/ບົດ​ອື່ນ