ອາເມລິກາຮຽກຮ້ອງຈີນຫຼີກລ້ຽງຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ

ອາເມລິກາຮຽກຮ້ອງຈີນຫຼີກລ້ຽງຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ - ảnh 1

ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​

(vovworld) – ວັນ​ທີ 2/9, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ຮຽກຮ້ອງ​ໃຫ້ ຈີນ ກາຍ​ເປັນປະ​ເທດ​ມະຫາ​ອຳນາດ​ມີ​ຄວາມ​ຮັບຜິ​ດຊອບ ​ແລະ ຫຼີກ​ລ້ຽງ​ບັນດາ​ການ​ກະທຳ​ສະ​ແດງ​ກຳລັງ​ແຮງ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ເພີ່ມ​ທະວີ. ຫຼັກ​ໝັ້ນ​ນີ້​​ໂດຍ​ທ່ານ Obama ຍົກ​ອອກ​ມາ​ໃນ​ການ​ຕອບ​ສຳພາດ​ຊ່ອງ​​ໂທລະພາບ CNN ກ່ອນ​ທີ່​ເດີນທາງ​ໄປ ຈີນ ​​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ປະ​ເທດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ (ຈີ20). ​ໃນ​ບົດ​ຕອບ​ສຳພາດ, ທ່ານ​ປະທານາທິບໍດີ Obama ​ໃຫ້​ຮູ້​ວ່າ: ອາ​ເມ​ລິ​ກາ ​ສະໜັບສະໜູນ​ປະ​ເທດ ຈີນ ບື່ນຕົວ​ຂຶ້ນ​​ໂດຍ​ສັນຕິພາບ, ​ແຕ່​ຢັ້ງຢືນ​ວ່າ ປັກ​ກິ່ງ ຄວນ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງວ່າ “ກຳລັງ​ແຮງຍິ່ງໃຫຍ່ຫຼວງ, ຄວາມ​ຮັບຜິດ​ຊອບຍິ່ງ​ສູງ” ​ແລະ ກົດໝາຍ​ສາກົນ​ຕ້ອງ​ໄດ້​ຮັບ​ການ​ປະຕິບັດ. ທ່ານ​ຊີ້​ແຈ້ງວ່າ: ຈີນ ​ໄດ້​ເຊັນ​ບັນດາ​ສັນ​ທິສັນ​ຍາ​ສາກົນ​ກ່ຽວ​ກັບ​ກົດໝາຍ​ທະ​ເລ, ດັ່ງ​ນັ້ນ​ປະ​ເທດ​ນີ້​ຕ້ອງ​ເຄົາລົບ​ຄຳ​ຕັດສິນ​ຂອງ​ສາກົນ​ກ່ຽວ​ກັບ​ບັນຫາ​ທະ​ເລ. ທ່ານ​ປະທານາທິບໍດີ Obama ກໍ່ຮຽກຮ້ອງ​ໃຫ້ ຈີນ ລະງັບ​ໃຈຕໍ່​ບັນດາ​ການ​ກະທຳ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ພິ​ເສດ​ແມ່ນ​ການ​ກະທຳ​ສະ​ແດງ​ກຳລັງ​ແຮງ​ອາດ​ຈະ​ນາບ​ຂູ່​ເຖິງບັນດາ​ປະ​ເທດ​ບ້ານ​ໃກ້​​ເຮືອນ​ຄຽງ ​ແລະ ​ເຮັດ​ໃຫ້​​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນເພີ່ມ​ທະວີຂຶ້ນ.


ຂ່າວ/ບົດ​ອື່ນ