ອາເມລິກາຮຽກຮ້ອງຈີນຮັບບົດບາດນຳພາໃນການປະຕິບັດບັນດາຄຳສັ່ງລົງໂທດຕໍ່ ສປປເກົາຫຼີ

ອາເມລິກາຮຽກຮ້ອງຈີນຮັບບົດບາດນຳພາໃນການປະຕິບັດບັນດາຄຳສັ່ງລົງໂທດຕໍ່ ສປປເກົາຫຼີ - ảnh 1
ທ່ານ Antony Blinken ລັດຖະມົນຕີ​ຊ່ວຍ​ວ່າ
ການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ
(ພາບ: DuongVan)

(vovworld) - ວັນ​ທີ 29/3, ທ່ານ Antony Blinken ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຖະ​ແຫຼ​ງວ່າ, ຖ້າ​ຫາກ​ວ່າ ສປປ ​ເກົາຫຼີ​ສືບ​ຕໍ່​ຊຸກຍູ້​ບັນດາ​ລາຍການ​ພັດທະນາ​ອາວຸດ​ຂອງ​ປະ​ເທດ​ນີ້, ອາ​ເມ​ລິ​ກາ​ຈະ​ຕ້ອງ​ປະຕິບັດ​ບັນດາ​ມາດ​ຕະການ​ປ້ອງ​ກັນ ​ເຊິ່ງຈີນບໍ່​ປາຖະໜາ. ກ່າວ​ຄວາມ​ເຫັນ​ຢູ່ສະ​ຖາ​ບັນ Brookings, ທ່ານ Antony Blinken ຖື​ວ່າ, ພຽງ​ຢາງ​​ໃກ້​ຈະ​ເປັນ​ກຳມະສິດ​ລູກ​ສອນ​ໄຟ​ຕິດ​ລະ​​ເບີດ​ນິວ​ເຄຼຍ​ທີ່​ສາມາດ​​ຍິງ​​ເຖິງ​ທະວີບ ອາ​ເມ​ລິ​ກາ​ໄດ້. ຕາມທ່ານ Antony Blinken ​ແລ້ວ, ​ເຖິງ​ວ່າ​ຜົນ​ສະທ້ອນ​ຂອງ​ຈີນ​ທີ່​ມີ​ຕໍ່ ສປປ​ເກົາຫຼີ​ໄດ້​ຫຼຸດ​ລົງ​ໃນ​ໄລຍະ​ຜ່ານ​ມາ​ແລ້ວ​ກໍ່ຕາມ, ​ແຕ່ ປັກກິ​ງຍັງ​ຄົງ​ມີ “​ໄມ້​ງັດ“ດ້ານ​ເສດຖະກິດ​ສຳລັບ ພຽງ​ຢາງ​ຢູ່. ທ່ານ​ກໍ່​ຮຽກຮ້ອງ ຈີນ ຮັບ​ບົດບາດນຳ​ພາ​ໃນ​ວິວັດ​ແຫ່ງ​ການ​ປະຕິບັດ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ທີ່​ເລັ່ງ​ໃສ່ ສປປ​ເກົາຫຼີ. ທ່ານ Antony Blinken ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຖືກ​ຍົກ​ອອກ​ມາ ກ່ອນ​ທີ່​ດຳ​ເນີນ​ການ​ພົບ​ປະ ລະ​ຫວ່າງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ປະທານ​ປະ​ເທດ​ຈີນ  ສື​ຈິນຜິ​ງ ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ ກ່ຽວ​ກັບ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພດ້ານ​ນິວ​ເຄຼຍທົ່ວ​ໂລກ​ເຊິ່ງຈະ​ດຳ​ເນີນ​ຢູ່ ວໍ​ຊິງ​ຕັນ ກອງ​ປະຊຸມ​ນີ້​ດຳ​ເນີນ​ພາຍຫຼັງ​ທີ່​ຈີນ​ເຫັນ​ດີ​ຕໍ່​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ເປີດ​ກວ້າງ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ທີ່​ເລັ່ງ​ໃສ່ ສປປ ​ເກົາຫຼີ ສອງ​ສາມ​ສັບປະດາ, ພາຍຫຼັງທີ່​ພຽງ​ຢາງ​ທົດ​ລອງ ນິ​ເຄຼຍ​ເມື່ອ​ເດືອນ 1 ​ແລະ ຍິງ​ດາວ​ທຽມ ​ເຊິ່ງຝ່າຍ​ຕາ​​ເວັນ​ຕົກ​ເອີ້ນ​ວ່າ ລູກ​ສອນ​ໄຟ​ນຳ​ວິຖີ ​ເມື່ອ​ເດືອນ​ກ່ອນ.

ຂ່າວ/ບົດ​ອື່ນ