ອາເມລິກາຮຽກຮ້ອງຜັນຂະຫຍາຍກຳລັງທາງບົກຢູ່ຊີຣີແລະອາຣັບເພື່ອຕ່ໍສູ້ຕ້ານIS

ອາເມລິກາຮຽກຮ້ອງຜັນຂະຫຍາຍກຳລັງທາງບົກຢູ່ຊີຣີແລະອາຣັບເພື່ອຕ່ໍສູ້ຕ້ານIS - ảnh 1
(ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ John Kerry)

(vovworld) -​ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸ​ມ​ລັດ​ຖະ​ມົນ​ຕີ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຮ່ວມ​ມື​ເອີ​ລົບ (OSCE) ເຊິ່ງ​ດຳ​ເນີນ​ຢູ່ Belgrade (Serbia), ວັນ​ທີ 03/12, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ໄດ້​ຮຽກ​ຮ້ອງ​ຜັນ​ຂ​ະ​ຫຍາຍ​ບັນ​ດາ​ກຳ​ລັງ​ຕໍ່​ສູ້​ທາງ​ບົກ​ຊ​າວ​ຊີ​ຣີ ແລະ ອາ​ຣັບ ເພື່ອ​ຕໍ່​​ຕ້ານ​ກັບ​ອົງ​ການ​ລັດ​ອິດ​ສະ​ລາມ IS ອ້າງ​ຊື່​ເອງ. ທ່ານ John Kerry ຖື​ວ່າ, ຍາກ​ທີ່​ຈະ​ດັບ​ສູນ IS ທັງ​ໝົດ​ຖ້າ​ຫາກອ​ີງ​ໃສ່​​ພຽງແຕ່ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເທົ່າ​ນັ້ນ. ຕາ​ມ​ທ່ານ John Kerry ແລ້ວ, ຕ້ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ກຳ​ລັງ​ທາງ​ບົກ​ຢູ່​ຊີ​ຣີ ແລະ ອາ​ຣັບ, ສົມ​ທົບ​ກັບ​​ກອງ​ທັບ​ອາ​ກາດ​ເພື່ອ​ດັບ​ສູນ​ບັນ​ດາ​ມື​ປືນ​ຂອງ​ພວກ​ທະ​ຫານ​ກະ​ບົດ​ນີ້. ​ແລະ​ກໍ​ໃນ​ບົດ​ກ່າວ​ປາ​ໄສ, ທ່ານ John Kerry ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ຂອງ NATO ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ຕ້ານ IS.

ຂ່າວ/ບົດ​ອື່ນ