ອາເມລິກາຮຽກຮ້ອງອີຢູຢຸດຕິການຮ້ອງຟ້ອງປະເທດນີ້ຂຶ້ນ WTO

(VOVWORLD) -ອາເມລິກາ ສະເໜີບັນດາລັດຖະບານສະມາຊິກສະຫະພາບເອີລົບ (ອີຢູ) ຈົ່ງຄິດໄລ່ຊັ່ງຊາເຖິງເລື່ອງຍູ້ແຮງການຂັດແຍ້ງດ້ານການຄ້າກັບວໍຊິງຕັນ ທີ່ກ່ຽວຂ້ອງເຖິງການຈັດວາງອັດຕາພາສີຕໍ່ເຫຼັກກ້າ ແມ່ນຜົນປະໂຫຍດທີ່ແທດຈິງຂອງກຸ່ມນີ້ຫຼືບໍ່.

ວັນທີ 29 ຕຸລາ, ກ່າວຄຳເຫັນທີ່ກອງປະຊຸມແກ້ໄຂການຂັດແຍ້ງກັນປະຈຳເດືອນຢູ່ ອົງການການຄ້າໂລກ (WTO), ທ່ານເອກອັກຄະລັດຖະທູດອາເມລິກາ Dennis Shea ຢືນຢັນວ່າ, ວໍຊິງຕັນ ຜິດຫວັງຕໍ່ເລື່ອງ ອີຢູ ຊຸກຍູ້ການຮ້ອງຟ້ອງອາເມລິກາ ຂຶ້ນ WTO ທີ່ກ່ຽວຂ້ອງເຖິງຂໍ້ຕົກລົງຈັດວາງອັດຕາພາສີສຳລັບເຫຼັກກ້າທີ່ນຳເຂົ້າ. ທ່ານ Dennis Shea ຮຽກຮ້ອງໃຫ້ທຸກໆປະເທດສະມາຊິກອີຢູ ຄວນຊັ່ງຊາຢ່າງລະອຽດເຖິງຜົນປະໂຫຍດທີ່ໃຫຍ່ຫຼວງກວ່າກ່ຽວກັບດ້ານເສດຖະກິດ, ການເມືອງ ແລະ ຄວາມໝັ້ນຄົງ.

        ບໍ່ພຽງແຕ່ມີອີຢູ ເທົ່ານັ້ນ, ຫາກຈີນ, ນອກແວ, ລັດເຊຍ, ຕວກກີ ກໍ່ໄດ້ສະເໜີໃຫ້ WTO ຕັດສິນລັກສະນະຖືກຕ້ອງຕາມກົດໝາຍຂອງເລື່ອງອາເມລິກາ ຈັດວາງອັດຕາພາສີສຳລັບບັນດາຜະລິດຕະພັນນຳເຂົ້າ, ເຖິງວ່າ ວໍຊິງຕັນ ຖະແຫຼງວ່າການກະທຳດັ່ງກ່າວແມ່ນເພື່ອປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ບໍ່ນອນໃນສິດອຳນາດຂອງ WTO.

ຕອບກັບ

ຂ່າວ/ບົດ​ອື່ນ