ອາ​ເມ​ລິ​ກາ​ເປີດ​ກ້ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ລັດ​ເຊຍ

ອາ​ເມ​ລິ​ກາ​ເປີດ​ກ້ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ລັດ​ເຊຍ - ảnh 1
ທ່ານປະທານາທິບໍດີ ອາເມລິກາ Barack Obama  
(ພາບ: Reuters)

(vovworld) - ວັນ​ທີ 01/09 ອາ​ເມ​ລິ​ກາ ​ໄດ້​ປະກາດ​ບັນຊີ​ລາຍ​ຊື່ກ່ຽວ​ກັບ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່ ທີ່​ເລັ່ງ​ໃສ່ 37 ຄົນ  ​ແລະ ​ບາງ​ວິ​ສາ​ຫະກິດ ລັດ​ເຊຍ ​​ຍ້ອນ​​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ວິ​ກິດ​ການ​ການ​ເມືອງ​ຢູ່ ຢູ​ແກຼນ ກໍ່​ຄື​ເລື່ອງ ມົດ​ສະ​ກູ ​ໂຮມ​ເຂົ້າ​ແຫຼ​ມ Crimea ​ເມື່ອ​ທ້າຍ​ປີ 2014. ບັນຊີ​ລາຍ​ຊື່​ລົງ​ໂທດ​ໃໝ່ ​ໂດຍ​ກະຊວງ​ການ​ເງິນ ອາ​ເມ​ລິ​ກາ ປະກາດ, ​​ໂດຍເລັ່ງ​ໃນ​ຫົວໜ່ວຍ​ຫຼັກ​ແຫຼ່ງໜຶ່ງ​ທີ່​ຂຶ້ນ​ກັບ​ທະນາຄານ Rossiya ​ແລະ ບາງ​ບໍລິສັດ​ກໍ່ສ້າງ​ໃຫຍ່​ສຸດ​ຂອງ ລັດ​ເຊຍ. ​ແຈ້ງ​ການ​ຊີ້​ແຈ້ງວ່າ​: ຄຳ​ສັ່ງ​ລົງ​ໂທດ​ນີ້ ​ເລັ່ງ​ໃສ່​ຊາວ ຢູ​​ແກຼນ  17 ຄົນ​ທີ່​ໄດ້ທວງ​ເອົາ​ເອກະລາດ, 11 ຄົນ​ໃນ​ຈຳນວນ​ດັ່ງກ່າວ ແມ່ນ​ເຈົ້າ​ໜ້າ​ທີ່ຢູ່ Crimea. ນອກນັ້ນ, ຍັງ​ມທີບໍລິສັດ ​ເລັດ​ເຊຍ ຫລາຍ​ແຫ່ງ​ທີ່​ເຄື່ອນ​ໄຫວ​ຢູ່ Crimea,  ນັບທັງ​​ບາງ​ວິ​ສາ​ຫະກິດ​ເດີນ​ທະ​ເລ ​ແລະ ປ້ອງ​ກັນຊາ​ດ​ໃຫຍ່ ກໍ່​ຖືກ​ຈັດ​ເຂົ້າ​ໃນ​ບັນຊາ​ລາຍ​ຊື່​ດຳນີ້.

ຂ່າວ/ບົດ​ອື່ນ