ອາເມລິກາ,ເຢຍລະມັນກ່າວເຕືອນຈັດວາງຄຳສັ່ງລົງໂທດລັດເຊຍຕື່ມອີກ

ອາເມລິກາ,ເຢຍລະມັນກ່າວເຕືອນຈັດວາງຄຳສັ່ງລົງໂທດລັດເຊຍຕື່ມອີກ - ảnh 1
ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama
(ພາບ: AFP/TTXVN)

(vovworld) –  ວັນ​ທີ 2/5, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ​ໄດ້ກ່າວ​ເຕືອນ​ຈະ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດທີ່​ແຂງ​ກະດ້າງຕື່ມ​ອີກສຳລັບ ລັດ​ເຊຍ ຖ້າ​ຫາກ​ປະ​ເທດ​ນີ້​ບໍ່​ມີ​ບັນດາ​ຄວາມ​ມານະ​ພະຍາຍາມ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່ ຢູ​ແກຼນ ຫລຸດຜ່ອນ​ລົງ. ​ໃນ​ຖະ​ແຫຼ​ງການ​ຮ່ວມ​ທີ່ຍົກ​ອອກ​ມາ​ພາຍຫຼັງ​ການ​ພົບ​ປະ 2 ຝ່າຍ​ຢູ່​ທຳນຽບຂາວ, ທ່ານ​ປະທານາທິບໍດີ Barack Obama ຢືນຢັນ​ວ່າ: ອາ​ເມ​ລິ​ກາ “ບໍ່​ມີ​ການ​ເລືອກ​​ເຟັ້ນ​ໃດໆ” ນອກຈາກ​ເລື່ອງຕ້ອງ​ຈັດ​ວາງ​ຄຳ​ສັ່ງ​ລົງ​​ໂທດ​ເພີ່ມ​​ເຕີມ ຖ້າ​ຫາກ ອາ​ເມ​ລິ​ກາ ​ເຫັນ​ວ່າ: ລັດ​ເຊຍ ມີ​ບັນດາ​ການ​ເຄື່ອນ​ໄຫວ​ກີດຂວາງການ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ຢູ່ ຢູ​ແກຼນ ​ເຊິ່ງຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 25/5 ຈະ​ມາ​ເຖິງ. ສ່ວນ​ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ​ເນັ້ນ​ໜັກ​ວ່າ: ລັດ​ເຊຍ ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ຄຳ​ສັ່ງ​ລົງ​​ໂທດ​ດ້ານ​ເສດຖະກິດ​ຢູ່​ໃນ​ລະດັບ 3 ຖ້າ​ຫາກ​ບໍ່​ປະຕິບັດ​ບັນດາ​ຄຳໝັ້ນ​ສັນຍາ​​ເຮັດ​ໃຫ້​ວິ​ກິດ​ການ​ຢູ່ ຢູ​ແກຼນ ຫລຸດຜ່ອນ​ລົງ ​ແລະ ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ