ອາເມລິກາເລັ່ງລັດຈີນກ່ຽວກັບຄວາມຂັດແຍ້ງຢູ່ທະເລຕາເວນອອກ

ອາເມລິກາເລັ່ງລັດຈີນກ່ຽວກັບຄວາມຂັດແຍ້ງຢູ່ທະເລຕາເວນອອກ - ảnh 1
ກອງ​ປະຊຸມ​ເຈລະຈາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດອາເມລິກາ
 ແລະ ຈີນ
ພາບ:antv.gov.vn


(vovworld)- ກ່າວ​ຄຳ​ປາ​ໄສ​ໄຂ​ກອງ​ປະຊຸມ​ເຈລະຈາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ ອາ​ເມ​ລິ​ກາ - ຈີນ ​ຮອບ​ທີ 6 ທີ່​ປັກ​ກີ​ງ ​ເມື່ອ​ວັນ​ທີ 9/7, ທ່ານ John Kerry, ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ກ່າວ​ເຕືອນ​ບັນດາ​ຄູ່​ຮ່ວມ​ມື​ຈີນ​ວ່າ: ​ເລື່ອງ​ຊອກ​ວິທີ​ສ້າງ​ສະພາບ​ການ​ໃຫມ່​ຢູ່​ທະ​ເລ​ຮວາ​ຕຸ​ງ ​ແລະ ທະ​ເລ​ຕາ​ເວັນ​ອອກ ຊື່​ງ​ແມ່ນ​ບ່ອນ​ທີ່​ປັກ​ກີ​ງ ມີ​ຄວາມ​ຂັດ​ແຍ້​ງກັບ​ບັນດາ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ ​ແມ່ນ​ສິ່ງ​ທີ່​ບໍ່​ອາດ​ຮັບ​ຮູ້​ໄດ້.  ທ່ານ Kerry ຊີ້​ແຈ້ງວ່າ: ບັນດາ​ປະ​ເທດ​ບໍ່​​ໄດ້​ມີ​ການ​ກະທຳ​ຕາມ​ລຳພັງ​ຝ່າຍ​ດຽວ​ເພື່ອ​ຊຸກຍູ້​ການທວງ​ເອົາ​ອະທິປະ​ໄຕ​ກໍ​ຄື​ບັນດາ​ຜົນ​ປະ​ໂຫຍ​ດ ພ້ອມ​ທັງ​ເນັ້ນ​ຫນັກ​ວ່າ: ອາ​ເມ​ລິ​ກາ ປາດ​ຖະຫນາ​ຢາກ​ຝ່າຍ​ຈີນ​ບໍ່​ໄປ​ຝືນ​ກັບ​ບັນດາ​ມາດຖານ​ຂອງ​ພາກ​ພື້ນ ​ແລະ ​ໂລກ.

 

 

 

 

 

 

ຂ່າວ/ບົດ​ອື່ນ