ອາເມລິກາເລີ່ມດຳເນີນວິວັດທະນາການມອບຮັບສິດອຳນາດ

ອາເມລິກາເລີ່ມດຳເນີນວິວັດທະນາການມອບຮັບສິດອຳນາດ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ໄດ້​ມີ​ການ​ພົບ​ປະ ແລະ
 ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີທີ່​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ Donald Trump
(ພາບ: Reuters)

(vovworld) - ວັນ​ທີ 10/11, ໃນ​​​ບາດ​ກ້າວ​ທີ່​ເປັນສັນ​ຍາ​​ນບອກ​ເຕືອນ​ໃຫ​້​ໄລ​ຍະ​ມອບ​ຮັບ​ສິດ​ອຳ​ນາດຢ​ູ່​ອາ​ເມ​ລິ​ກາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ໄດ້​ມີ​ການ​ພົບ​ປະ ແລະ ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີທີ່​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ Donald Trump ຢູ່​ທຳ​ນຽບ​ຂາວ. ການ​ພົວ​ປະ​ສຳ​ຄັນ​ນີ້​ໄດ້​ຮັບ​ຕີ​ລາ​ຄາ​ວ່າ ແມ່ນ​ກາ​ນ​​ເລີ່ມ​ຕົ້ນ​ໄລ​ຍະ​ໃໝ່​ໃນ​ປະ​ຫວັດ​​ສາດ​ປະ​ເທດ​ອາ​ເມ​ລິ​ກາ. ທ່ານ Barack Obama ແລະ ທ່ານ Donald Trump ໄດ້​ມີ​ການ​ເຈ​ລະ​ຈາ​ລັບ ທີ່​ແກ່​ຍາວ​ເປັນ​ເວ​ລາ 90 ນາ​ທີ​ຢູ່​ທີ່​ຫ້ງ​ປະ​ຊຸມ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ ພາຍ​ຫຼັງ​ການ​ເຈ​ລະ​ຈາ, ທ່ານປະ​ທາ​ນາ​ທິ​ບໍ​ດີ Barack Obama ເວົ້​າ​ວ່າ, 2 ທ່ານ​ໄດ້​ມີ​ການ​ແລກ​ປ່ຽນກ່ຽວ​ກັບ​ບັນ​ດາ​ບັນ​ຫາ​​ພົວ​ພັ​ນພາຍ​ໃນ ແລະ ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ອາ​ເມ​ລິ​ກາ. ທ່ານ Barack Obama ຖະ​ແຫຼງ​ເລື່ອງ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃນ​ການມອບ​ຮັບ​ສິດ​ອຳ​ນາດ​ໃຫ້​ຜູ້​ສືບ​ທອ​ດ​ດຳ​ລົງ​ຕຳ​ແໜ່ງ ແມ່ນ​ບຸ​ລິ​ມະ​ສິດ​ອັນ​ດ​ັບ​ໜຶ່ງ​ຂອງ​ທ່ານ ນັບ​ແຕ່ນີ້​ຮອດ​ເວ​ລາ​ທ່ານ​ໝົດ​ອາ​ຍຸ​ການ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ເຮັດ “ທຸກ​ສິ່ງ​ທຸກ​ຢ່າງທີ່​ສາ​ມາດ​ເຮັດ​ໄດ້” ເພື່ອ​ໃຫ້​ຜູ້​ສືບ​ທອດ​​ປະ​ສົບ​ຜົນ​ສຳ​ເລດ ພາຍ​ຫຼັງ​ພິ​ທີ​​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ໃນ​ວັນ​ທີ 20/01/2017 ຈະ​ມ​າ​ເຖິງ.

        ສ່ວນ​ທ່ານປະ​ທາ​ນາ​ທິ​ບໍ​ດີ​​ທີ່​ໄດ້ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ Donald Trump ​ໃຫ້​ຮູ້​ວ່າ, ທ່ານ ແລະ ທ່ານປະ​ທາ​ນາ​ທິ​ບໍ​ດີ Barack Obama ໄດ້ “ປຶກ​ສາ​ຫາ​ລື​ຢ່າງ​ເຂັ້ມ​ງວດ​ກ່ຽວ​ກັບ​ຫຼາຍ​ບັນ​ຫາ, ຄວາມ​ສະ​ດວກ ແລະ ຫຍ​ຸງ​ຍາກ​ບາງ​ຢ່າງ”. ທ່ານ Trump ກໍ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ດຳ​ເນີນ​ການ​ພົບ​ປະ​ກັບ​ທ່ານ Barack Obama ຫຼາຍກວ່າ​ອີກ ເພື່ອ​ກະ​ກ​ຽ​ມ​ໃຫ້​ວິ​ວັດ​ທະ​ນາ​ການມອບ​ຮັບ​ສິດ​ອຳ​ນາດ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ໜັງ​ສື​ພິມ “The Hill”, ​ເຊິ່ງ​ແມ່ນໜັງ​ສື​ພິມ​ທາງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ໄດ້​ລົງ​ບົດ​ຂຽນ​ກ່ຽວ​ກັບ​ບັນ​ຊີ​ລາຍ​ຊື່​​​ຄະ​ນະລັດ​ຖະ​ບານ ທີ່​ມີ​ຄວາມ​ສາມ​າດ​ບົ່ມ​ຊ້ອນ​ຂອງ​ທ່ານ Donald Trump.

ຂ່າວ/ບົດ​ອື່ນ