ອາເມລິກາເລີ່ມລາຍການຝຶກອົບຮົມໃໝ່ໃຫ້ບັນດາມືປືນຊີຣີຕ້ານIS

ອາເມລິກາເລີ່ມລາຍການຝຶກອົບຮົມໃໝ່ໃຫ້ບັນດາມືປືນຊີຣີຕ້ານIS - ảnh 1
ອາເມລິກາເລີ່ມລາຍການຝຶກອົບຮົມໃໝ່ໃຫ້ບັນດາມືປືນຊີຣີຕ້ານIS
(ພາບ​ປະ​ກອບ: Reuters)

(vovworld) - ກອງ​ທັບ​ອາ​ເມ​ລິ​ກາ ໄດ້​ເລີ່ມ​​​ປະ​ຕິ​ບັດລາຍ​ການ​​ຝຶກອົບ​ຮົ​ມ​ໃຫ້​ມື​ປືນ​ຝ່າຍ​ຄ້ານ​ຊີ​ຣີ ​ນັບ​ສີບ​ຄົນ ເຊິ່ງ ວ​ໍ​ຊິງ​ຕັນ ຖື​ວ່າ “ສະ​ຫງ່ຽມ​ຄ່ຽມ​ຄົມ” ເພື່ອ​ຕໍ່​ສູ້​ຕ້ານ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ​ອ້າງ​ຊື່​ເອງ. ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​​ລາຍ​ການ​ຝຶກ​ອົບ​ຮົມ​ໃໝ່​ຂອງ​ອາ​ເມ​ລິກາ. ຕາມນັ້ນ​ແລ້ວ, ແທນ​ທີ່​ຖອນ​ກຳ​ລັງ​ບັນ​ດາ​ມື​ປືນ​ຝ່າຍ​ຄ້ານ​ທັງ​ໝົດ​ອອກ​ຈາກແນວ​ໜ້າ ເພື່ອ​ຝຶ​ກ​ອົບ​ຮົມ ແລະ ຫຼັງ​ຈາກນັ້ນ​ກັບ​ຄືນ​ຕໍ່​ສູ​້​ຄື​ກ່ອນນັ້ນ, ​ລາຍ​ການ​ໃໝ່​ຈະ​ຄັດ​ເລືອກກ​ຸ່ມ​ນ້ອຍ​ບັນ​ດາ​ມື​ປືນ​ເພື່ອ​ຝຶກອ​ົບ​ຮົມ ​ແນ​ໃສ່ຮັບ​ປະ​ກັ​ນ​ລັກ​ສະ​ນະ​ປະ​ສິດ​ທິ​ຜົນ​. ໃນ​ຄັ້ງ​ທຳ​ອິດ, ອາ​ເມ​ລິ​ກາ ຈະ​ຝຶກ​ອົບ​ຮົມ​ວິ​ທີ​ກຳ​ນົ​ດ​ເປົ້າ​ໝາຍ​ເພື່ອ​ໜູນ​ຊ່ວຍ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ທະ​ຫານ​ປະ​ສົມ​ຕ້ານ IS ໂດຍ​ວໍ​ຊິງ​ຕັນ ນຳ​ໜ້າ.

ຂ່າວ/ບົດ​ອື່ນ