ອາເມລິກາແຈ້ງໃຫ້ບັນດາປະເທດອາຊຽນຊາບກ່ຽວກັບເລື່ອງຈະສົ່ງກໍ່າປັ່ນກອງທັບເຮືອທະເລຕາເວັນອອກໂດຍໄວ

ອາເມລິກາແຈ້ງໃຫ້ບັນດາປະເທດອາຊຽນຊາບກ່ຽວກັບເລື່ອງຈະສົ່ງກໍ່າປັ່ນກອງທັບເຮືອທະເລຕາເວັນອອກໂດຍໄວ - ảnh 1
(ພາບປະກອບອີນເຕແນັດ)

(vovworld) – ຕາມ​ແຈ້ງ​ການ​ຈາກ​ຝ່າຍ​ອາ​ເມ​ລິ​ກາ, ທີ່​ໄດ້​ຍົກ​ອອກ​ມາ​ໃນ​ວັນ​ທີ 18/10 ​ແລ້ວ, ຄາດ​ວ່າ, ປະ​ເທດ​ນີ້​ຈະ​ຈັດ​ສົ່ງ​ກໍ່າ​ປັ່ນ​ສູ້​ຮົບ​​ເຂົ້າ​ເຂດ 12 ​ໄມທະ​ເລ ອ້ອມ​​ແອ້ມ​ບັນດາ​​ເກາະ​ເຊິ່ງຈີນ ກໍ່ສ້າງ​​ເອງຢ່າງ​ຜິດ​ກົດໝາຍ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ, ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ຄັດຄ້ານ​ຂອງ​ບັນດາ​ຝ່າຍ​ຖະ​ແຫຼ​ງອະທິປະ​ໄຕ​ອື່ນໆ​ຄື: ຟິລິບ​ປີນ ​ແລະ ຫວຽດນາມ. ​ເລື່ອງ​​ແຈ້ງ​ແຜນການ​ດັ່ງກ່າວ​ໃຫ້​ບັນດາ​ປະ​ເທດ​ກ່ຽວຂ້ອງຊາບ​ແມ່ນ​ຜ່ານທາງ​ການ​ທູດ ​ເພື່ອ​ແນ​ໃສ່​ເນັ້ນ​ໜັກ​ເຖິງ​ຫຼັກ​ໝັ້ນ​ຄັດຄ້ານຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຕໍ່ໜ້າ​ບັນດາ​ຄຳ​ຖະ​ແຫຼ​ງອະທິປະ​ໄຕ​ຂອງ​ຈີນ. ການ​ກະທຳ​ດັ່ງກ່າວ​ອາດ​ຈະ​ເຮັດ​ໃຫ​້ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ປັກ​ກິ​ງ ​ແລະ ວໍ​ຊິງ​ຕັນ ​ປີນ​ຂັ້ນ​ໄດ.

      ​ກ່ຽວ​ຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ວັນ​ທີ 17/10, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ Hishammuddin Hussein ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ທຳອິດ​ຂອງ​ເວທີ​ປາ​ໄສ ​ແຊງ​ສານ ຄັ້ງ​ທີ 6 ຢູ່​ປັກ​ກິ​ງ, ປະ​ເທດ​ຈີນ, ​ໄດ້​ເນັ້ນ​ໜັກ​ວ່າ, ມາ​ເລ​ເຊ​ຍ ​ເຊື່ອ​ໝັ້ນ​ວ່າ, ປະມວນ​ຂໍ້​ກຳນົດ​​ການ​ປະພຶດຂອງຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ແມ່ນ​ວິທີ​ແກ້​ໄຂ​ດີ​ທີ່​ສຸດ​ບັນດາ​ບັນຫາ​ຂັດ​ແຍ້​ງອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ Hussein ​ໄດ້​ຢ້ຳຄືນ​ທັດສະ​ນະ​ຂອງ​ມາ​ເລ​ເຊ​ຍ ​ວ່າ, ບັນຫາ​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​​ໂດຍ​ສັນຕິພາບ, ຜ່ານ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ.

ຂ່າວ/ບົດ​ອື່ນ