ອາເມລິກາແລະKenyaເຫັນດີຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ

ອາເມລິກາແລະKenyaເຫັນດີຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ - ảnh 1
(ພາບປະກອບ: reuters.com)

​​(vovworld) – ວັນ​ທີ 25/07, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ພວມ​​ຢ້ຽມຢາມ Kenya ​ໄດ້​ມີ​ການ​​ເຈລະຈາ​ລັບ​ກັບ​ທ່ານ​ປະທານາທິບໍດີ​ Kenya, Uhuru Kenyatta. ກ່າວ​ຄຳ​ເຫັນ​ທີ່​ພິທີ​ຕ້ອນຮັບ​ທ່ານ​ປະທານາທິບໍດີ​ Barack Obama ຢ່າງ​ເປັນ​ທາງ​ການ, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານາທິບໍດີ Kenya ຢືນຢັນ​ວ່າ, ຄວາມ​ສະຫງົບ​ແມ່ນ​ບັນຫາ​ອັນ​ດັບ​ໜຶ່ງ​ໃນ​ໂຄງການ​ດຳ​ເນີນ​ງານ​ໃຫ້​ບັນດາ​ການ​ເຈລະຈາ. ທ່ານ Kenyatta ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ບັນຫາ​ໃຫຍ່​ທີ່​ສຸດ​ໃນ​ບັນ​ດາ​ສິ່ງ​ທ້າ​ທາຍ​ຊຶ່ງ​ລັດຖະບານ Kenyatta ຕ້ອງ​ປະ​ເຊີນ​ໜ້າ. ທ່ານ​ເນັ້ນ​ໜັກ​ວ່າ, ບໍ​່ມີ​ປະ​ເທດ​ໃດ​ສາມາດ​ແກ້​ໄຂ​ບັນດາ​ດັ່ງກ່າວ​ພຽງ​ຝ່າຍດຽວ​ໄດ​້ ​ແລະ ນີ້​ແມ່ນ​ໄພ​ນາບ​ຂູ່​ບໍ​່ມີ​ຂອບ​ເຂດ, ຕ້ອງມີການ​ຮ່ວມມື​ເພື່ອ​ຜ່ານ​ຜ່າ. ນອກຈາກ​ບັນຫາ​ປ​້ອງ​ກັນ​ຄວາມ​ສະຫງົບ ​ແລະ ຕ້ານ​ກໍ່​ການ​ຮ້າຍ, ການ​ນຳ 2 ທ່ານ​ກໍ​ປຶກສາ​ຫາ​ລື​ກ່ຽວ​ກັບ​ບັນຫາ​ການຄ​້າ, ​ເພີ່ມ​ທະວີ​ລັກສະນະ​ກະ​ຈ່າງ​ແຈ້ງ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ ​ແລະ ຕ້ານ​ການ​ລ່າ​ເນື້ອ​ສັດປ່າ​ຢ່າງ​ຜິດ​ກົດໝາຍ. ກ່ອນ​ການ​ເຈລະຈາ, ທ່ານ​ປະທານາທິບໍດີ Barack Obama ​ໄດ້​ມີ​ບົດ​ກ່າວ​​​ປາ​ໄສ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ດຳ​ເນີນ​ທຸລະ​ກິດ​ທົ່ວ​ໂລກ ຢູ່ Nairobi, ​ໃນ​ນັ້ນ​ທ່ານ​ຢືນຢັນ​ວ່າ​ ການ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ​ຢູ່​ອາ​ຟລິ​ກາ ຈະ​ປະກອບສ່ວນ​ທຳ​ລາຍຮົ້ວ​ກີດຂວາງ ​ແລະ ສ້າງ​ການ​ເຊື່ອມ​ຕໍ່​ລະຫວ່າງ​ບັນດາ​ພື້ນຖານ​ວັດທະນະທຳ.

ຂ່າວ/ບົດ​ອື່ນ