ອາເມລິກາແລະNigeriaເພີ່ມທະວີການຮ່ວມມືຕ້ານການກໍ່ການຮ້າຍ

ອາເມລິກາແລະNigeriaເພີ່ມທະວີການຮ່ວມມືຕ້ານການກໍ່ການຮ້າຍ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B.Obama  ແລະ ປະ​ທາ​ນາ​ທິ​ບໍ​ດີ Nigeria, Muhammadu Buhari
ພາບ:Getty Images
(vovworld)- ວັນ​ທີ 20/7, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B.Obama ພ້ອມ​ກັບ​ຄູ່​ຕຳ​ແຫນ່ງ Nigeria, Muhammadu Buhari ພວມ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ໄດ້​ປຶກ​ສາ​ຫາ​ລື​ຫລາຍ​ບັນ​ຫາ​ຮ່ວມ​ມື​ສອງ​ຝ່າຍ, ໃນ​ນັ້ນ ມີ​ບັນ​ຫາ​ຕ້ານ​ການກໍ່​ການ​ຮ້າຍ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B.Obama ຕີ​ລາ​ຄາ​ສູງ​ໂຄງ​ການ​ດຳ​ເນີນ​ງານ​ຢ່າງ​ຈະ​ແຈ້ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Nigeria ເພື່ອ​ຕີ​ພວກ​ກະ​ບົດ Boko Haram  ແລະ ບັນ​ດາ​ກຸ່ມ​ເປົ້າ​ໝາຍ​ຫົວ​ຮຸນ​ແຮງ​ອື່ນ​ຢູ່ ປະ​ເທດນີ້ ໃຫ້​ປະ​ຊາ​ໄຊ. ປະ​ທາ​ນາ​ທິ​ບໍ​ດີ B. Obama ຖື​ວ່າ: ສອງ​ປະ​ເທດ ມີ​ແງ່​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ດັ່ງ​ກ່າວ​ກໍ​ຄື​ຂົງ​ເຂດ​ສາ​ທາ​ລະ​ນະ​ລັດ​, ການ​ຕໍ່​ສູ້​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ການ​ນຳ​ໃຊ້ໄຟ​ຟ້າ.  
ຂ່າວ/ບົດ​ອື່ນ