ອາເມລິກາແລະກຸຍບາແກ່ຍາວຮອບເຈລະຈາຄັ້ງທີ3ກ່ຽວກັບການຫັນການພົວພັນທາງການທູດເປັນປົກກະຕິ

ອາເມລິກາແລະກຸຍບາແກ່ຍາວຮອບເຈລະຈາຄັ້ງທີ3ກ່ຽວກັບການຫັນການພົວພັນທາງການທູດເປັນປົກກະຕິ - ảnh 1
(ພາບປະກອບ)

​(vovworld) – ວັນ​ທີ 21/05, ອາ​ເມ​ລິ​ກາ ​ແລະ ກຸຍ​ບາ ​ໄດ້​ຕົກລົງ​ແກ່ຍາວ​ຮອບ​ເຈລະຈາ​ຄັ້ງ​ທີ 3 ກ່ຽວ​ກັບ​ການ​ຫັນ​ການ​ພົວພັນ​ທາງ​ການ​ທູດ​ເປັນ​ປົກກະຕິຕື່ມອີກ​ໜຶ່ງ​ວັນ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Marie Harf ​ໃຫ້​ຮູ້​ວ່າ, 2 ຄະນະ​​ເຈລະຈາ​ທາງ​ການ​ທູດ​ຂອງ​ອາ​ເມ​ລິ​ກາ ​ແລະ ກຸຍ​ບາ ​ໄດ້​ສິ້ນສູດ​ການເຈລະຈາມື້​​ທຳ​ອິດ ​ແລະ ​ຈະ​ພົບ​ປະກັນ​ໃນ​ວັນ​ທີ 22/05, ​​​ເຊິ່ງ​ເປັນ​ຄວາມມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ຂໍ້​ຕົກລົງ​ເປີດ​ບັນດາ​ສະຖານທູດ​ຢູ່​ນະຄອນຫຼວງຂອງ​ແຕ່ລະ​ປະ​ເທດ ພາຍຫຼັງ​ກວ່າເຄິ່ງ​ສະ​ຕະວັດ. ທ່ານ​ນາງ Marie Harf ​ໃຫ້​ຮູ້​ຕື່ມ​ອີກ​ວ່າ, ​ໃນມື້​ເຈລະຈາ​ທຳ​ອິດ​ຂອງ​ຮອບ​ເຈລະຈາ​ຄັ້ງ​ທີ 3, ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ເຕື້ອງ​ເຖິງ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ສິດທິ​ມະນຸດ. ​ໃນ​ຄະນະ​ນັ້ນ, ຝ່າຍ​ກຸຍ​ບາ ຢັ້ງຢືນ​ວ່າ ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ເປີດ​ສະຖານທູດ ພຽງ​ບັນລຸ​ໄດ້​ພາຍຫຼັງ ວໍ​ຊິງ​ຕັນ ນຳ ລາ​ຮາວານ ອອກ​ຈາກ​ບັນຊີ​ລາຍ​ຊື່ບັນດາ​ປະ​ເທດໜູນ​ຊ່ວຍ​ກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ