ອາເມລິກາແລະຈີນຈະຊອກຫາວິທີຫລຸດຜ່ອນໄພເກີດການປະທະກັນ

(vovworld)-​ທ່ານປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈີ້​ນຜິ​ງ ຢູ່ California ​ໃນ​ທ້າຍ​ອາທິດ​ນີ້​ເພື່ອ​ປຶກສາ​ຫາລື​ບັນ​ດາ​ບັນຫາ​ຄື: ຄວາ​ມໝັ້ນຄົງ ​ແລະ ​ເສດຖະ​ກິດ​ເພື່ອ​ເພີ່ມ​ທະວີ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 5/6, ​ເຈົ້າ​ຫນ້າ​ທີ່​ທຳນຽບຂາວ​ທ່ານ​ຫນຶ່ງ​ໃຫ້​ຮູ້​ວ່າ:

        “ການ​ພົບ​ປະ​ຄັ້ງ​ນີ້​ເພື່ອ​ຊ່ວຍ​ໃຫ້ທ່ານ​ປະທານາທິບໍດີ Obama ຊອກ​ຮູ້ ​ແລະ ດຳ​ເນີນ​ການເຮັດ​ວຽກ​ກັບ​ການ​ນຳ​ຄົນໃຫມ່​ຂອງ​ຈີນ, ສົ່ງ​ສານ​ກ່ຽວ​ກັບ​ບັນດາ​ການ​ບຸລິມະສິດ ​ແລະ ຄວາມ​ວິຕົກ​ກັງວົນ​ຂອງ​ອາ​ເມ​ລິ​ກາ ​ແລະ ຮັບ​ຟັງ​ຄຳ​ເຫັນ​ຂອງ​ທ່ານ​ສີ​ຈີ້​ນຜິ​ງ. ນີ້​ກໍ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ອາ​ເມ​ລິ​ກາ​ກຳນົດ ​ແລະ ພັດທະນາ​ບາງ​ຂົງ​ເຂດ​ຮ່ວມ​ມື​ສອງ​ຝ່າຍ​ກໍ່​ຄື​ເປັນ​ເອກະ​ພາບ​ຕໍ່ທັດສະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ບຸ​ລິ​ມະ​ສິດ​ຂອງ​ທັງສອງ​ຝ່າຍ​ຄື: ປອດ​ນິວ​ເຄຼຍ ​ແລະ ການ​ເຕີບ​ໂຕ​ເສດຖະກິດ.”

ອາເມລິກາແລະຈີນຈະຊອກຫາວິທີຫລຸດຜ່ອນໄພເກີດການປະທະກັນ - ảnh 1

ທ່ານປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈີ້​ນຜິ​ງ

        ຫນຶ່ງ​ໃນ​ບັນດາ​ຫົວ​ຂໍ້​ທີ່​ໄດ້​ຮັບ​ຄວາ​ມສົນ​ໃຈ​ທີ່​ສຸດ​ໃນ​ການ​ພົບ​ປະລະ​ຫວ່າງ​ ທ່ານປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ປະ​ທານ​ປະ​ເທດ​ຈີນ ສີ​ຈີ້​ນຜິ​ງ​ແມ່ນ​ກໍລະນີ​​ແຊກ​ແຊງເຂົ້າລະບົບ​ຖານ​ຂໍ້​ມູນ​ເສດ​ຖະກິດ ​ແລະ ປ້ອງ​ກັນຊາ​ດຂອງ​ອາ​ເມ​ລິ​ກາ ຊື່​ງ​ໄດ້​ຮັບ​ຖື​ວ່າ hacker ຈີນ​ປະຕິບັດ. ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ລັດຖະບານ​ອາ​ເມ​ລິ​ກາ​ໃຫ້​ຮູ້​ວ່າ:

        “ການ​ນຳ​ທັງ​ສອງ​ທ່ານ​ລ້ວນ​ແຕ່​ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ອັນຕະລາຍ​ຂອງ​ການ​ປະ​ທະ​ກັນ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ລະຫວ່າງ​ສອງ​ປະ​ເທດ. ພວກ​ເຮົາ​ຕ້ອງ​ຍົກ​ອອກ​ວິທີ, ຮູບ​ການ​ພົວພັນ​ຕິດ​ຕໍ່​ລະຫວ່າງ​ບັນດາ​ກົນ​ໄກ​ສອງ​ຝ່າຍ​ເພື່ອ​ຮັບ​ມື​ກັບ​ກໍລະນີ​ເກີດ​ສະພາບ​ຂາດ​ສະຖຽນ​ລະ​ພາບ ​ແລະ ການ​ແກ້​​ງ​ແຍ້​ງຊື່​ງອາດ​ຈະ​ກາຍ​ເປັນ​ສອງ​ປະ​ເທດ​ປໍ​ລະ​ປັກ​ຂອງກັນ.”

ຂ່າວ/ບົດ​ອື່ນ