ອາເມລິກາແລະຕາລີບານລົງນາມໃນຂໍ້ຕົກລົງສັນຕິພາບ

(VOVWORLD) -ອາເມລິກາ ແລະ ຕາລີບານ ໄດ້ລົງນາມໃນຂໍ້ຕົກລົງສັນຕິພາບ, ເປີດຊ່ອງທາງໃຫ້ແກ່ການຖອນນາຍທະຫານອາເມລິກາ ອອກຈາກອາບການິດສະຖານ.

ອາເມລິກາແລະຕາລີບານລົງນາມໃນຂໍ້ຕົກລົງສັນຕິພາບ - ảnh 1 ສະມາຊິກຕາລີບານ

(ພາບ: AFP/TTXVN)

ວັນທີ 29 ກຸມພາ, ຢູ່ນະຄອນຫຼວງ ໂດຮາ ຂອງກາຕາ, ອາເມລິກາ ແລະ ຕາລີບານ ໄດ້ລົງນາມໃນຂໍ້ຕົກລົງສັນຕິພາບ, ເປີດຊ່ອງທາງໃຫ້ແກ່ການຖອນນາຍທະຫານອາເມລິກາ ອອກຈາກອາບການິດສະຖານ. ຕາມຂໍ້ຕົກລົງແລ້ວ, ບັນດາກຳລັງອາເມລິກາ ຢູ່ອາບການິດສະຖານ ຈະດຳເນີນການຖອນທະຫານເປັນຄັ້ງທຳອິດຖ້າຫາກວ່າຕອບສະໜອງໄດ້ບັນດາເງື່ອນໄຂ ແລະ ກ້າວໄປເຖິງການຖອນທະຫານທັງໝົດ, ໃນກໍລະນີສະດວກອາດຈະດຳເນີນໃນຮອບເວລາ 1 ປີ, ຜ່ານນັ້ນຢຸດຕິສົງຄາມທີ່ແກ່ຍາວເປັນເວລາ 18 ປີຂອງອາເມລິກາ ຢູ່ອາບການິດສະຖານ.

          ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຊົມເຊີຍຂໍ້ຕົກລົງດັ່ງກ່າວຂອງອາເມລິກາ ແລະ ອາບການິດສະຖານ. ທ່ານເລຂາທິການໃຫຍ່ຖືວ່າ, ນີ້ແມ່ນບາດກ້າວສຳຄັນເພື່ອມຸ່ງໄປເຖິງມາດຕະການແກ້ໄຂດ້ານການເມືອງຢ່າງຍາວນານຢູ່ອາບການິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ