ອາເມລິກາແລະບັນດາ ປະເທດອາຣັບຍູ້ແຮງ ການບຸກໂຈມຕີທາງ ອາກາດແນໃສ່ IS


 ອາເມລິກາແລະບັນດາ ປະເທດອາຣັບຍູ້ແຮງ ການບຸກໂຈມຕີທາງ ອາກາດແນໃສ່ IS - ảnh 1

(ພາບ: http://thegioi.baotintuc.vn )

 (vovworld)- ​ ຕອນ​ຄ່ຳ​ວັນ​ທີ 3/10, ​ເຮືອບິນ​ສູ້​ຮົບ​ຂອງ​ອາ​ເມ​ລິ​ກາ, ຈໍ​ແດນ, ອາຣາບີ​ຊາ​ອູ​ດີ ​ແລະ  UAE ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ 9 ຄັ້ງ​ແນ​ໃສ່​ບັນດາ​ເປົ້າໝາຍ​ຂອງ IS ຢູ່​ຊີຣີ. ນອກຈາກ​ນັ້ນ​ແລ້ວ, ເຮືອບິນ​ສູ້​ຮົບ​ຂອງ​ອາ​ເມ​ລິ​ກາ ຍັງ​ໄດ້​ດຳ​ເນີນການ​ບຸກ​ໂຈມ​ຕີ 5 ຄັ້ງຢູ່​ອີຣັກ.

  ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຄັ້ງຫຼ້າ​ສຸດ​ຂອງ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ອາຣັບ ​ແນ​ໃສ່​ບັນດາ​ເປົ້າໝາຍ​ຂອງ IS ຊື່​ງຖືກ​ດຳ​ເນີນ​ໃນ​ສະພາບ​ທີ່ IS ຫາ​ກໍ່​ແຜ່​ວີ​ເດ​ໂອ​ສັງຫານຕົວ​ປະກັນຕາ​ເວັນ​ຕົກ​ຜູ້​ທີ 4 Alan Henning ຊື່​ງ​ແມ່ນຜູ້​ຂັບ​ລົ​ດ​ຊາວ​ອັງກິດ ທີ່​ໄດ້​ເຂົ້າຮ່ວມ​ຂະ​ບວນລົດ​ຂົນ​ສົ່ງ​ສິນຄ້າ​ຊ່ວຍ​ເຫຼືອ​ຊາວ​ອົບ​ພະຍົບຊີຣີ. ທ່ານ​ນາຍົກລັດຖະມົນຕີອັງກິດ David Cameron , ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B Obama ​ແລະ ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ Francois Hollande ​ໄດ້​ກ່າວ​ປະນາມ​ການ​ກະທຳ​ດັ່ງກ່າວ​ຂອງ IS ພ້ອມ​ທັງ​ຢືນຢັນຄຳໝັນສັນຍາ​ຈະ​ເພີ່ມ​ທະວີ​ຄວາມ​ມານະ ພະຍາຍາມ​ຕ້ານ​ຄືນ​ກຳລັງ​ນີ້./.

ຂ່າວ/ບົດ​ອື່ນ