ອາເມລິກາແລະຟິລີບປີນເຫັນດີ:ການຂັດແຍ້ງຢູ່ທະເລຕ້ອງແກ້ໄຂໂດຍສັນຕິວິທີ

ອາເມລິກາແລະຟິລີບປີນເຫັນດີ:ການຂັດແຍ້ງຢູ່ທະເລຕ້ອງແກ້ໄຂໂດຍສັນຕິວິທີ - ảnh 1
 ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ແລະ ປະ​ທາ​ນາ​ທິ​ບໍ​ດີ
ຟິ​ລີບ​ປີນ Benigno Aquino
ພາບ:tintuc.vn

(vovworld)- ວັນ​ທີ 18/11, ທີ່​ການ​ເຈ​ລະ​ຈາ​ຢູ່ນອກກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ ປາ​ຊີ​ຟີກ (APEC) ດຳ​ເນີນ​ໄປ​ຢູ່ ມາ​ນີ​ລາ ປະ​ເທດ ຟິ​ລີບ​ປີນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ແລະ ຄູ່​ຕຳ​ແຫນ່ງ ຟິ​ລີບ​ປີນ Benigno Aquino ເຫັນ​ດີ​ວ່າ: ບັນ​ດາ​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນ​ຕິ​ວິ​ທີ ສອດ​ຄ​່ອງ​ກັບ​ກົດ​ໝາຍ​ສາ​ກົນ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ພາຍ​ຫລັງ​ການ​ເຈ​ລະ​ຈາ, ປະ​ທາ​ນາ​ທິ​ບໍ​ດີ ຟີ​ລີບ​ປີນ Aquino ໃຫ້​ຮູ້​ວ່າ: ການ​ນຳ​ສອງ​ທ່ານ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ປອດ​ໄພ​ການ​ເດີນ​ທະ​ເລ, ໃນ​ນັ້ນ ມີ​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ໃນ​ພາກ​ພື້ນ​ກໍ​ຄື​ສິ່ງ​ທ້າ​ທາຍ. ທ່ານ ປະ​ທາ​ນາ​ທິ​ບໍ​ດີ ຟີ​ລີບ​ປີນ Aquino ເນັ້ນ​ຫນັກ​ວ່າ: ຄວາມ​ເສ​ລີ​ການ​ເດີນ​ທະ​ເລ ແລະ ເຂດ​ນ່ານ​ຟ້າ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກ​ສາ, ສອດ​ຄ​ອ່ງ​ກັບ​ກົດ​ໝາຍ​ສາ​ກົນ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ຖື​ວ່າ: ຈີນ ຕ້ອງ​ຢຸດ​ຕິ​ການ​ເຄື່ອນ​ໄຫວກໍ່​ສ້າງຢ່າງ​ຜິດ​ກົດ​ໝາຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

 

ຂ່າວ/ບົດ​ອື່ນ