ອາເມລິກາແລະສ.ເກົາຫຼີເຫັນດີເປັນເອກະພາບເພີ່ມທະວີຄວາມມານະພະຍາຍາມຮັບມືກັບສປປ.ເກົາຫຼີ

ອາເມລິກາແລະສ.ເກົາຫຼີເຫັນດີເປັນເອກະພາບເພີ່ມທະວີຄວາມມານະພະຍາຍາມຮັບມືກັບສປປ.ເກົາຫຼີ - ảnh 1
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ. ເກົາຫຼີ ແລະ ອາ​ເມ​ລິ​ກາ

(vovworld) –  ​ວັນ​ທີ 19/10, ອາ​ເມ​ລິ​ກາ ແລະ ສ. ເກົາຫຼີ ໄດ້​ເຫັນ​ດີ​​ເປັນ​ເອ​ກະ​ພາບ​ເພີ່​ມ​ທະ​ວີ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ດ້ານ​ການ​ທະ​ຫານ ແລະ ການ​ທູດ ເພື່ອ​ຮັບ​ມື​ກັບ​ໂຄງ​ການ​ນິວ​ເຄຼຍ​ ແລະ ລູກ​ສອນ​ໄຟ​ຂອງ ສ​ປ​ປ ເກົາຫຼີ, ທີ່ ວໍ​ຊິງ​ຕັນ ແລະ ເຊີ​ອູນ ລ້ວນ​ແຕ່ຢັ້ງ​ຢືນ​ວ່າ​ພວມ​ສ້າງ​ໄພ​ນາບ​ຂູ່​ເຖິງ​ຄວາມ​ໝັ້ນ​ຄົງ “ຢ່າງ​ແຮງ” ພາຍຫຼັງ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ ແລະ ນິວ​ເຄຼຍ​ຄັ້ງ​ຕ່າງໆ ​ເຊິ່ງ​ພຽງ​ຢາງ ດຳ​ເນີນ​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ. ພາຍຫຼັງ​ການ​ປະ​ຊຸມ​ຢູ່ ວໍ​ຊິງ​ຕັນ ລະ​ຫວ່າງ​ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ ແລະ ປ້ອງ​ກັນ​ປະ​ເທດ 2 ປະ​ເທດ, ອາ​ເມ​ລິ​ກາ ແລະ ສ ເກົາຫຼີ​ ປະ​ກາດວ່າ​ໄດ້​​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ​ສ້າງ​ຕັ້ງ​ກຸ່ມ​​ທີ່ປຶກ​ສາ ແລະ ​ຍຸດ​ທະ​ສາດ​ນາບ​ຂູ່​ເປີດ​ກ້​ວາງ​ຂັ້ນ​ສູງ​ເພື່ອ​ຊຸກ​ຍູ້ “ກຳ​ລັງ​ແຮງ​ຮອບ​ດ້ານແຫ່ງ​ຊາດ​, ເຊິ່ງ​ລວມ​ມີ ການ​ທູດ, ຂໍ້​ມ​ູນ​ຂ່າວ​ສານ, ການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ ແລະ ບັນ​ດາ​ປັດ​ໄຈ​ດ້ານ​ເສດ​ຖະ​ກິດ” ຕໍ່​ໜ້າ​ໄພ​ນາບ​ຂູ່​ຂອງ ສ​ປ​ປ ເກົາຫຼີ. ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ຢັ້ງ​ຢືນ​ວ່າ ວໍ​ຊິງ​ຕັນ ຈະ​ເຮັດ “ທ​ຸກ​ວຽກ​ງານ​ທີ່​ຈຳ​ເປັນ” ເພື​່ອ​ປົກ​ປ້ອງ​ຕົນ​ເອງ, ສ. ເກົາຫຼີ ແລະ ພ​ັນ​ທະ​ມິດ​ອື່ນໆ​ອີກ.


ຂ່າວ/ບົດ​ອື່ນ