ອາເມລິກາແລະອີຣານດຳເນີນການເຈລະຈານິວເຄຼຍ

ອາເມລິກາແລະອີຣານດຳເນີນການເຈລະຈານິວເຄຼຍ - ảnh 1
ການ​ເຈ​ລະ​ຈາ​ລະ​ຫວ່າງ ອີ​ຣານ ແລະ ອາ​ເມ​ລ​ິ​ກາ
(ພາບ: AFP/TTXVN)

(vovworld) – ​ ​ວັນ​ທີ 15/12, ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສ​ູງ​ຂອງ ອາ​ເມ​ລິ​ກາ ແລະ ອີ​ຣານ ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຢູ່ ເຊີ​ແນວ, ປະ​ເທດ​ສະ​ວິດ, ພາ​ຍຫຼັງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດພາດ​ໂອ​ກາດ​ສຸດ​ທ້າຍ​ເພື່ອ​ຊອ​ກຫາ​ຂໍ້​ຕົກ​ລົງ​ສຸດ​ທ້າຍ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ ເຕ​ເຮ​ຣານ ​ພຽງ 3 ອາ​ທິດ. ​ມີແຫຼ່ງ​ຂ່າວ​ການ​ທູດ​​ໄດ້ຍອ​ມ​ຮັບ​ວ່າ: ບັນ​ດາ​ການ​ເຈ​ລະ​ຈາ​ຂອງ​ເຈົ້າ​ໜ້າ​ທີ່ 2 ປະ​ເທດຖືກ​ດຳ​ເນີນ​ໄປ​ຢູ່​ຂັ້ນ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ ແລະ ແກ່​ຍາວ​ໃນ​ເວ​ລາ 2 ວັນ. ຕໍ່​ຈາກນັ້ນ, ໃນ​ວັນ​ທີ 17/12 ​ຈະ​ດຳ​ເນີນກອງ​ປະ​ຊຸມ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຜູ້​ຕາງ​ໜ້າກ​ຸ່ມ P5+1 (ເຊິ່ງ​ລວມ​ມີ 5 ປະ​ເທດ​​ປະ​ຈຳ​ການ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ແລະ ເຢຍ​ລະ​ມັນ) ແລະ ສະ​ຫະ​ພາບ ເອີ​ລົບ (EU).

        ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ເຈົ້າ​ໜ້າ​ທີ່ 2 ປະ​ເທດ​ດຳ​ເນີນ​ການ​ເຈ​ລະ​ຈາ​ພາຍຫຼັງ ອີ​ຣານ ແລະ ກຸ່ມ P5+1 ບໍ່​ບັນລຸ​ໄດ້​ຂໍ້​ຕົກ​ລົງ​ຮອບ​ດ້​ານ​ສຸດ​ທ້າຍ​ຖືກ​ກັບ​ເວ​ລາ​ກຳ​ນົດ​ແມ່ນ​ວັນ​ທີ 24/11 ເພື່ອ​ຢຸດ​ຕິ​ການ​ໂຕ້​ຖຽງ​ກັນ​ທີ່​ແກ່​ຍາ​ວ​ຕະຫຼອດ 12 ປີ​ທີ່​ກ່ຽວ​ຂ້ອງ​ເຖິງ​ໂຄງ​ການ​ນິວ​ເຄຼຍ​ຂອງ ເຕ​ເຮ​ຣານ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຈະ​ແກ່​ຍາວ​ເວ​ລາ​ເຈ​ລະ​ຈາ​ຕື່ມ​ອີກ 7 ເດືອນ​ຮອດ​ວັນ​ທີ 1/7/2015.

 


ຂ່າວ/ບົດ​ອື່ນ