ອາເມລິກາແລະອາຣັບບີຊາອຸດີດໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບ

ອາເມລິກາແລະອາຣັບບີຊາອຸດີດໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ແລະ ກະ​ສັດ
 ອາ​ຣັບ​ບີ ຊາ​ອຸ​ດີດ Arabia Salman
ພາບ:internet

(vovworl)- ວັນ​ທີ 4/9, ທີ່​ການ​ເຈ​ລະ​ຈາ​ຢູ່​ທຳ​ນຽບ​ຂາວ, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ແລະ ກະ​ສັດ ອາ​ຣັບ​ບີ ຊາ​ອຸ​ດີດ Arabia Salman ໃຫ້​ຄຳ​ໝັ້ນ​ສັນ​ຍາ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຄ​ວາມ​ສະ​ຫງົບ​ຢູ່ ຕາ​ເວັນ​ອອກ​ກາງ ໂດຍບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ຄວາມບໍ່​ລົ​ງ​ລອຍ​ກັນ​ເກີດ​ຂຶ້ນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ມໍ່ໆ​ມານີ້​ກ່ຽວ​ກັບ​ຫລາຍ​ບັນ​ຫາ​ໃນ​ພາກ​ພື້ນ. ທຳນຽບຂາວ ໃຫ້​ຮູ້​ວ່າ: ປະ​ທາ​ນາ​ທິ​ບໍ​ດີ B. Obama ແລະ ກະ​ສັດ Salman ຢືນ​ຢັນ ຄວນ​ເພີ່ມ​ທະ​ວີ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ຄວາມ​ໝັ້ນ​ຄົງ, ວັດ​ທະ​ນາ​ຖາ​ວອນ ແລະ ສະ​ຖຽນ​ລະ​ພາບ​ໃນ​ພ​າກ​ພື້ນ ພ້ອມ​ກັບ​ຮັບ​ມື​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວກໍ່​ຂາດ​ສະ​ຖຽນ​ລະ​ພາບ​ ຂອງ​ອີ​ຣານ. ກະ​ສັ​ດ Salman ກໍ​ສະ​ແດງ​ການ​ສະ​ຫນັບ​ສະ​ຫນູນ​ແຜນ​ການ​ເຄື່ອນ​ໄຫວ​ຮ່ວ​ມ​ຮອບ​ດ້ານ​ລະ​ຫວ່າງ ອີ​ຣານ ກັບ​ກຸ່ມ P5+1 ຊື່ງ​ລວມ​ມີ: ອັງ​ກິດ, ຝ​ລັ່ງ, ອາ​ເລິ​ກາ, ຈີນ ແລະ ເຢຍ​ລະ​ມັນ.

 

 

 

ຂ່າວ/ບົດ​ອື່ນ