ອາເມລິກາໃຫ້ຄຳໝັ້ນສັນຍາສືບຕໍ່ຕໍ່ສູ້ຕ້ານ IS ພາຍຫຼັງຖອນທະຫານອອກຈາກຊີຣີ

(VOVWORLD) -ວັນທີ 16 ກຸມພາ, ທີ່ກອງປະຊຸມຄວາມໝັ້ນຄົງ Munich, ດຳເນີນຢູ່ເຢຍລະມັນ, ທ່ານຮອງປະທານາທິບໍດີອາເມລິກາ Mike Pence ໄດ້ມີບົດກ່າວປາໄສເຕື້ອງເຖິງຫຼາຍບັນຫາ ເຊິ່ງຫາງສຽງມີຄວາມສົນໃຈ
ອາເມລິກາໃຫ້ຄຳໝັ້ນສັນຍາສືບຕໍ່ຕໍ່ສູ້ຕ້ານ IS ພາຍຫຼັງຖອນທະຫານອອກຈາກຊີຣີ - ảnh 1(ພາບປະກອບ: AFP/TTXVN)

ໃນນັ້ນມີການຕ່ໍສູ້ຕ້ານ IS, ບັນຫາອີຣານ… ກ່ຽວກັບການຕໍ່ສູ້ຕ້ານ IS, ທ່ານຮອງປະທານາທິບໍດີ Mike Pence ຢືນຢັນວ່າ, IS ຖືກຕີປະລາໄຊແລ້ວ ແລະ ນີ້ແມ່ນສາຍເຫດເຊິ່ງທ່ານປະທານາທິບໍດີອາເມລິກາ Donald Trump ຢາກຖອນທະຫານອອກຈາກຊີຣີ. ທ່ານ Mike Pence ໃຫ້ຄຳໝັ້ນສັນຍາວ່າ, ອາເມລິກາ ຈະ “ຊອກຫາ” ບັນດາມືປືນ ນັບທັງເລື່ອງອາເມລິກາ ຖອນທະຫານອອກຈາກຊີຣີ.

        ແລະກໍ່ໃນບົດກ່າວປາໄສດັ່ງກ່າວ, ທ່ານຮອງປະທານາທິບໍດີ Mike Pence ໄດ້ກະຕຸກຊຸກຍູ້ບັນດາປະເທດເອີລົບ ຖອນອອກຈາກຂໍ້ຕົກລົງທີ່ໄດ້ລົງນາມເມື່ອປີ 2015 ລະຫວ່າງອີຣານ ແລະ ກຸ່ມ P5+1 (ເຊິ່ງລວມມີ: ອັງກິດ, ຝລັ່ງ, ລັດເຊຍ, ອາເມລິກາ, ຈີນ ແລະ ເຢຍລະມັນ), ທີ່ມີຊື່ວ່າ ແຜນການກະທຳລວມຮອບດ້ານ (JCPOA), ພ້ອມທັງ ອາເມລິກາ ໄດ້ກໍ່ຄວາມກົດດັນທາງດ້ານເສດຖະກິດ ແລະ ການທູດກັບເຕເຮຣານ.

        ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ກອງປະຊຸມ Munich, ທ່ານປະທານາທິບໍດີອີຢິບ Abdel Fattah El Sisi ໄດ້ເນັ້ນໜັກເຖິງບັນດາສິ່ງທ້າທາຍເຊິ່ງອາຟະລິກາ ພວມປະເຊີນໜ້າ, ກໍ່ຄືບັນຫາອົບພະຍົບ, ບັນດາມາດຕະການຕໍ່ສູ້ຕ້ານການກໍ່ການຮ້າຍ, ການພັດທະນາເສດຖະກິດ…

ຕອບກັບ

ຂ່າວ/ບົດ​ອື່ນ