ອາເມລິກາໃຫ້ຄຳໝັ້ນສັນຍາຮ່ວມມືກັບອາຣັບບິຊາອຸດິໃນບັ້ນຮົບຕ້ານIS

ອາເມລິກາໃຫ້ຄຳໝັ້ນສັນຍາຮ່ວມມືກັບອາຣັບບິຊາອຸດິໃນບັ້ນຮົບຕ້ານIS - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ແລະ ກະ​ສັດ​ຄົນ​ໃໝ່ Salman
(ພາບ: Reuters)

(vovworld) – ວັນ​ທີ 27/1, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ນຳ​ໜ້າ​ຄະ​ນະ​​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ປະ​ເທດນີ້​ໄດ້​ໄປ​ຍັງ​ນະ​ຄອນຫຼວງ Riyadh ຂອງ​ປະ​ເທດ ອາ​ຣັບ​ບິ ຊາ​ອຸ​ດິ ແລະ ມີ​ການ​ເຈ​ລະ​ຈາ​ກັບ​ກະ​ສັດ​ຄົນ​ໃໝ່ Salman bin Abdulaziz Al Saud ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ ໃນ​ບັ້​ນ​ຮົບ​ຕ້ານ​ທະ​ຫານ​ກະ​ບົດ “ລັດ​ອິດ​ສະ​ລາມ” (IS) ຂະ​ໜານ​ໜາມ​ເອງ. ໃນ​ການ​ຢ້ຽມ​ຢາມ​ຄັ້ງນີ້, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ແລະ ກະ​ສັດ ອາ​ຣັບ​ບິ ຊາ​ອຸ​ດິ ໄດ້​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ບັ້ນ​ຮົບ​ຕ້ານ IS, ຄວາມ​ຈຳ​ເປັນ​ຂອງກ​ານ​ສືບ​ຕໍ່​ໜູນ​ຊ່ວຍ​ໃຫ້​ຝ່າຍ​ຄ້ານ​ຢູ່ ຊີ​ຣີ ແລະ ຊຸກ​ຍູ້​ໂຮມ ອີ​ຣັກ ເປັ​ນ​ເອ​ກະ​ພາບ. ກໍ່​ທີ່​ການ​ພົບ​ປະ​ຄັ້ງ​ນີ້, ການ​ນຳ 2 ປະ​ເທດ​ໄດ້​ປຶກ​ສ​າ​ຫາ​ລື​ກ່ຽວ​ກັບ​ຕະຫຼາດ​ນ້ຳ​ມັນ​ ແລະ ພະ​ລັງ​ງານ, ແຕ່ບໍ່​ເຕື້ອງ​ເຖິງ​ບັນ​ຫາ​ລາ​ຄາ​ນ້ຳ​ມັນ​ໃນ​ປະ​ຈຸ​ບັນ.


ຂ່າວ/ບົດ​ອື່ນ