ອາເມລິກາໃຫ້ຄຳໝັ້ນສັນຍາໜູນຊ່ວຍບັນດາກຳລັງອີຣັກ

ອາເມລິກາໃຫ້ຄຳໝັ້ນສັນຍາໜູນຊ່ວຍບັນດາກຳລັງອີຣັກ - ảnh 1
ທ່ານ​ປະທານາທິບໍດີ ອ​າ​ເມ​ລິ​ກາ Barack Obama
(ພາບ:Getty)

(vovworld) - ວັນ​ທີ 19/8, ທ່ານ​ປະທານາທິບໍດີ ອ​າ​ເມ​ລິ​ກາ Barack Obama ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ບັນດາ​ກຳລັງ ອີຣັກ ​ແລະ ​ເດີນ​ຕາມ​ຍຸດ​ທະ​ສາດ​ຍາວ​ນານ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ພວກ​ກະບົດ​ລັດ ອິດສະ​ລາມ ​ໂດຍຂະໜານ​ນາມ​ເອງ ຢູ່​ປະ​ເທດ​​ເຂດອ່າວ​ ​ເປີ​ເຊຍນີ້. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່ ວໍ​ຊິງ​ຕັນ ພາຍຫຼັງ​ການ​ປະຊຸມ​ກັບ​ບັນດາ​ຜູ້​​ເປັນ​ທີ່ປຶກສາ​ດ້ານປ້ອງ​ກັນ​ຄວາມ​ສະຫງົບ​ອັນ​ດັບ​ໜຶ່ງ, ທ່ານ​ປະທານາທິບໍດີ Barack Obama  ​ໃຫ້​ຮູ້​ວ່າ: ​ໃນ 11 ວັນ​ຜ່ານ​ມາ, ບັ້ນ​​ການ​ທະຫານ​ຂອງ ​ອາ​ເມ​ລິ​ກາ ​ໄດ້​​ປ້ອງ​ກັນມະນຸດ ​ແລະ ພື້ນຖານ​ໂຄງ​ລ່າງ​ຂອງ ອາ​ເມ​ລິ​ກາ ຢູ່ ອີຣັກຢ່າງ​ມີປະສິດທິ​ຜົນ​. ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ ​ໄດ້​ກີດ​ຂວາງ​ທ່າ​ກ້າວ​ເດີນ​ຂອງພວກ​ກະບົດ​ອິດສະ​ລາມ​ໃກ​້ກັບ​ນະຄອນ Arbil, ​ເມືອງ​ເອກ​ຂອງ​ຊາວ Kurd ຢູ່​ພາກ​​ເໜືອ ອີຣັກ. ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ ກະຕຸກ​ຊຸກຍູ້​ສືບ​ຕໍ່​ໜູນ​ຊ່ວຍ​ດ້ານ​ອາວຸດ ​ແລະ ພາ​ຫະນະອຸປະກອນ​ໃຫ້​ບັນດາ​ກຳລັງ​ຢູ່ ອີຣັກ, ​ໃນ​ນັ້ນ​ມີ​ກຳລັງ​ຊາວ Kurd  ​ແລະ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ອີຣັກ ພວມ​ເຂົ້າຮ່ວມ​ການ​ສູ້​ຮົບ. ທ່ານ Obama ກໍ່​ຮັບ​ຮູ້​ແຫຼ່ງຂ່າວ​ວ່າ: ບັນ​ດາ​ມື​ປືນ​ຊາວ Kurd ​ຍາດ​ໄດ້​ສິດ​ຄວບ​ຄຸມ​ເຂື່ອນ​ໄຟຟ້າ Mosul ຢ່າງ​ສົມບູນ.



ຂ່າວ/ບົດ​ອື່ນ