ອາເມລິກາໜູນຊ່ວຍ 39 ລ້ານ USD ຊ່ວຍຊາວຫຼົບໄພກັບຄືນເມືອອາບການິດສະຖານ

ອາເມລິກາໜູນຊ່ວຍ 39 ລ້ານ USD ຊ່ວຍຊາວຫຼົບໄພກັບຄືນເມືອອາບການິດສະຖານ - ảnh 1
(ພາບ​ປະ​ກອ​ບ: AP/TTXVN)

(vovworld) - ​​​ ​​ ວັນ​ທີ 24/11, ​​​​ສຳ​ນັກ​ຂ່າວ​ສານ ANI News ໄດ້​ໃຫ້​ຂ່າວ​ວ່າ, ອາ​ເມ​ລິ​ກາ ​ຖະ​ແຫຼງໜູນ​ຊ່ວຍ​ຈຳ​ນວ​ນ​ເງິນ 39 ລ້ານ USD ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ຄວາມ​ຕ້ອງ​ການ​ພິ​ເສດ​ຂອງ​ຊາວ​ຫຼົບ​ໄພ​ອາບ​ກາ​ນິດ​​ສະ​ຖານ ເມື່ອ​ເຂົາ​ເຈົ້າ​ກັບ​ຄືນ​ເມືອ​ປະ​ເທດ, ຜ່ານນັ້ນ​ຍົກ​ຈຳ​ນວນ​ເງິນ​ປະ​ກອບ​ຂອງ​ອາ​ເມ​ລິ​ກາ ໃນ​ລາຍ​ການ​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ​ທີ່​ສະ​ຫງວນ​ໃຫ້​ອາບ​ກາ​ນິດ​ສະ​ຖານ ຂຶ້ນ​ເຖິງ 207 ລ້ານ USD ນັບ​ແຕ່​ຕົ້ນ​ປີ​ການ​ເງິນ 2016. ໃນ​ບ້ວງ​ເງິນ​ດັ່ງ​ກ່າວ, ມີກວ່າ 19 ລ້ານ USD ​ແມ່ນ​ການໜູນ​ຊ່ວຍ​ຂອງ​ອົງ​ການ​ຂ້າ​ຫຼວງ​ໃຫຍ່ແຫ່ງສະ​ຫະ​ປະ​ຊາ​ຊາດດ້ານ​ອົບ​ພະ​ຍົບ (UNHRC) ເພື່ອ​ຊ່ວຍ​ແກ້​ໄຂ​ບັນ​ດາ​ຄວາມ​ຕ້ອງ​ການ​ທີ່​ຮ​ີບ​ດ່ວນ​ຂອງ​ສ່ວນ​ບຸກ​ຄົນ​ຖືກ​​ສ່ຽງ​ໄພ​ງ່າຍກ​​ວ່າ​ເພີ່ນ, ໃນ​ນັ້ນ​ມີ​ເລື່ອງ​ສະ​ໜອງຕູບ​, ເຄື່ອງ​ໃຊ້​ໃນ​ຄອບ​ຄົວ​ທີ່​ຈຳ​ເປັນ ແລະ ບັນ​ດາ​ເຄື່ອງ​ໃຊ້​ໃນ​ລະ​ດູ​ໜາວ. ອາ​ເມ​ລິ​ກາ ກໍ​ຈະ​ສະ​ໜອງ​ຈຳ​ນວນ​ເງິນ 20 ລ້ານ USD ໃຫ້​ອົງ​ການ​ສະ​ພາ​ວະ​ສຸກ​ເສີນອາບ​ກາ​ນິດ​ສ​ຖານ ສັງ​ກັດ​ໂຄງ​ການທັນ​ຍາ​ຫານ​ໂລກ (WFP) ທີ່​ສະ​ຫງວນ​ໃຫ້​ບັນ​ດາ​ຜູ້​ກັບ​ຄືນ​ເມືອ​ປະ​ເທດ ແລະ ຊາວ​ຫຼົບ​ໄພ​ຖືກ​ສ່ຽງ​​ໄພງ່າຍກວ່າ​ເພີ່ນຢ​ູ່​ທາງ​ທິດ​ຕາ​ເວັນ​ອອກ​ອາບ​ກາ​ນິດ​​ສະ​ຖານ ແລະ ບັນ​ດາ​ຜູ້​​ທີ່ຕ້ອງຍົກ​ຍ້າຍ​ຍ້ອນ​ການ​ປະ​ທະ​ກັນ.

ຂ່າວ/ບົດ​ອື່ນ