ອາ​ເມ​ລິ​ກາໜູນຊ່ວຍ​ບັນດາ​ປະ​ເທດ​ອາຊຽນ​ໃນ​ການ​ຮັບ​ມື​ກັບ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -ວັນທີ 31 ມີນາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ອອກຖະແຫຼງຂ່າວ ກ່ຽວກັບເລື່ອງ ອາເມລິກາ ໜູນຊ່ວຍບັນດາປະເທດ ອາຊຽນ ຮັບມືກັບໂລກລະບາດໂຄວິດ - 19.

ຕາມແຈ້ງການແລ້ວ, ນັບແຕ່ເມື່ອໂລກລະບາດໄດ້ເກີດ ຂຶ້ນ, ອາເມລິກາ ໄດ້ສະໜອງຈໍານວນເງິນກວ່າ 18 ລ້ານ USD ເພື່ອໜູນຊ່ວຍມະນຸດສະທໍາ ແລະ ສາທາລະນະສຸກໂດຍດ່ວນໃຫ້ບັນດາປະເທດສະມາຊິກ ອາຊຽນ. ການໜູນຊ່ວຍຂອງ ອາເມລິກາທີ່ສະຫງວນໃຫ້ ບັນດາປະເທດ ອາຊຽນລວມມີ ກະກຽມບັນດາຫ້ອງວິໄຈເຊື້ອ SARS-CoV-2 ຂອບຂະໜາດໃຫຍ່, ຄວບຄຸມ ແລະ ປ້ອງກັນ, ສະກັດກັ້ນການຕິດແປດ, ຜັນຂະຫຍາຍບັນດາແຜນການໂດຍດ່ວນກ່ຽວກັບດ້ານສາທາລະນະສຸກໃນວົງຄະນະຍາດຢູ່ບັນດາສະຖານທີ່ຄວບຄຸມຊາຍແດນ ແລະ ອັບເດດເອກະສານຝຶກອົບຮົມໃຫ້ແກ່ພະນັກງານສາທາລະນະສຸກ.

ສໍາລັບຫວຽດນາມ, ອາເມລິກາ ໜູນຊ່ວຍຈໍານວນເງິນເກືອບ 3 ລ້ານ USD ເພື່ອແນໃສ່ຊ່ວຍລັດຖະບານຫວຽດນາມ ກະກຽມບັນດາລະບົບ ວິໄຈ, ຕິດຕາມກວດກາບັນດາກໍລະນີຕິດແປດ, ໜູນຊ່ວຍບັນດານັກຊ່ຽວຊານດ້ານເຕັກນິກ ເພື່ອເພີ່ມລັກສະນະຮັບມື ແລະ ກະກຽມ; ຄວບຄຸມ ແລະ ປ້ອງກັນ, ສະກັດກັ້ນການແຜ່ລະບາດ.

ຟ້າມຮວັນ - ນັກຂ່າວ VOV ປະຈໍາ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ