ອາ​ແ​ຊັກ​ໄບຊານ ຕັ້​ງ​ເງື່ອນ​ໄຂ​ຢຸດ​ຍິງ​ກັບ ອາກ​ເມ​ນີ

(VOVWORLD) - ທ່ານປະທານາທິບໍດີ ອາແຊັກໄບຊານ Ilham Aliyez ໄດ້ຕັ້ງເງື່ອນໄຂຢຸດຕິການປະທະກັນຢູ່ເຂດ ຂັດແຍ້ງກັນ Nagorno – Karabakh ດ້ວຍຄຳຮຽກຮ້ອງທີ່ວ່າ ອາກເມນີ ຕ້ອງລະບຸກຳນົດເວລາ ຂອງການຖອນທະຫານອອກຈາກເຂດນີ້ ແລະ ບັນດາເຂດໃກ້ຄຽງ.
ອາ​ແ​ຊັກ​ໄບຊານ ຕັ້​ງ​ເງື່ອນ​ໄຂ​ຢຸດ​ຍິງ​ກັບ ອາກ​ເມ​ນີ - ảnh 1ພາບປະກອບ: AFP/TTXVN 

ກ່າວຄຳເຫັນທີ່ໂທລະພາບໃນວັນທີ 4 ຕຸລາ, ທ່ານ Ilham Aliyez ໄດ້ຕັ້ງເງື່ອນໄຂຕໍ່ກຳລັງ ອາກເມນີ ຕ້ອງຖອນທະຫານອອກຈາກຜືນແຜ່ນດິນຂອງ ອາແຊັກໄບຊານ ບໍ່ພຽງແຕ່ດ້ວຍຄຳເວົ້າເທົ່ານັ້ນ ຫາກຍັງຕ້ອງແມ່ນການກະທຳຕົວຈິງ, ລະບຸກຳນົດເວລາ ການຖອນທະຫານອອກຢ່າງສິ້ນເຊິງ ກໍ່ຄືຍອມຮັບຜືນແຜ່ນດິນອັນຄົບຖ້ວນຂອງ ອາແຊັກໄບຊານ.

        ໃນທັນທີ, Yerevan ໄດ້ປະຕິເສດຄຳຮຽກຮ້ອງຂອງ Baku. ໂຄສົກກະຊວງການຕ່າງປະເທດຂອງ ອາກເມເນຍ ໄດ້ຢັ້ງຢືນວ່າ ເງື່ອນໄຂນີ້ແມ່ນບໍ່ສາມາດຍອມຮັບໄດ້, ທ່ານກໍ່ເນັ້ນໜັກວ່າ ອາແຊັກໄບຊານເອງຕ້ອງປະລະການນຳໃຊ້ອາວຸດ ແລະ ແຊກເຂົ້າຢ່າງມີລັກສະນະສ້າງສັນໃນວິວັດຂະບວນການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ