ອາ​ແຊັກ​ໄບ​ຢານ ພ້​ອ​ມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ສົນ​ທິ​ສັນ​ຍາ​ສັນ​ຕິ​ພາບ​ຮອບ​ດ້ານ ກັບ ອາກ​ເມ​ເນຍ

(VOVWORLD) -ອາເຊັກໄບຢານ ພ້ອມແລ້ວທີ່ຈະດຳເນີນການເຈລະຈາໄກເກ່ຍກັບ ອາກເມເນຍ, ພາຍຫຼັງທີ່ Yerevan ຮຽກຮ້ອງໃຫ້ Baku ເຈລະຈາກ່ຽວກັບສົນທິສັນຍາສັນຕິພາບຮອບດ້ານໃນສະພາບທີ່ເກີດຄວາມເຄັ່ງຕຶງໃໝ່ຢູ່ເຂດ Nagorny – Karabakh.
ອາ​ແຊັກ​ໄບ​ຢານ ພ້​ອ​ມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ສົນ​ທິ​ສັນ​ຍາ​ສັນ​ຕິ​ພາບ​ຮອບ​ດ້ານ ກັບ ອາກ​ເມ​ເນຍ - ảnh 1ເຂດ Nagorno-Karabakh ໃນວັນທີ 25/10/2020 (ພາບ: AFP/TTXVN)

ວັນທີ 29 ມີນາ, ກະຊວງການຕ່າງປະເທດ ອາເຊັກໄບຢານ ຖະແຫຼງວ່າພ້ອມແລ້ວທີ່ຈະດຳເນີນການເຈລະຈາໄກເກ່ຍກັບ ອາກເມເນຍ, ພາຍຫຼັງທີ່ Yerevan ຮຽກຮ້ອງໃຫ້ Baku ເຈລະຈາກ່ຽວກັບສົນທິສັນຍາສັນຕິພາບຮອບດ້ານໃນສະພາບທີ່ເກີດຄວາມເຄັ່ງຕຶງໃໝ່ຢູ່ເຂດ Nagorny – Karabakh.

        ຖະແຫຼງການດັ່ງກ່າວໄດ້ຍົກອອກມາໃນສະພາບທີ່ ວັນທີ 28 ມີນາ, ສະພາຄວາມໝັ້ນຄົງແຫ່ງຊາດ ອາກເມເນຍ ກ່າວຫາ ອາເຊັກໄບຢານວ່າ “ກະກຽມຮາກຖານແກ່ການກະທຳເກາະຜິດຮອບໃໝ່ ແລະ ການບຸກໂຈມຕີເຂົ້າເຂດ Nagorny – Karabakh”, ສະເໜີ Baku “ເລີ່ມດຳເນີນການເຈລະຈາກ່ຽວກັບສົນທິສັນຍາສັນຕິພາບຮອບດ້ານໃນທັນທີ”. ອາກເມເນຍ ກໍຮຽກຮ້ອງໃຫ້ສືບສວນການກະທຳຕ່າງໆຂອງກຳລັງຮັກສາສັນຕິພາບ ລັດເຊຍ ໃນເຫດ “ລ່ວງລ້ຳ” ໂດຍ ອາເຊັກໄບຢານ ປະຕິບັດ, ພ້ອມທັງຮຽກຮ້ອງໃຫ້ກຳລັງ ລັດເຊຍ ຜັນຂະຫຍາຍ “ບັນດາມາດຕະການລະອຽດ” ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ.


ຕອບກັບ

ຂ່າວ/ບົດ​ອື່ນ