ອາແຊກໄບຢານ ເຫັນດີ ເຂົ້າຮ່ວມການພົບປະຂັ້ນສູງກັບ ອາກເມນີ

(VOVWORLD) -ວັນທີ 19 ພະຈິກ, ທ່ານ Charles Michel ປະທານສະພາເອີລົບ ສະເຫນີໃຫ້ຈັດຕັ້ງການພົບປະລະຫວ່າງທ່ານ Ilham Aliyev ປະທານາທິບໍດີ ອາແຊກໄບຢານ ແລະ ທ່ານ Nikol Pashinyan ນາຍົກລັດຖະມົນຕີ ອາກເມນີ ຢູ່ ບຣຸກແຊນ ໃນວັນທີ 15 ທັນວາ 
ອາແຊກໄບຢານ ເຫັນດີ ເຂົ້າຮ່ວມການພົບປະຂັ້ນສູງກັບ ອາກເມນີ - ảnh 1ເຂດຊາຍແດນລະຫວ່າງ ອາແຊກໄບຢານແລະ ອາກເມນີ. (ພາບ:AFP/TTXVN)

  ວັນທີ  20 ພະຈິກ, ກະຊວງການຕ່າງປະເທດ ອາແຊກໄບຢານ ແຈ້ງໃຫ້ຊາບວ່າ: ປະເທດນີ້ ເຫັນດີຕໍ່ກັບຂໍ້ສະເຫນີຂອງ ປະທານສະພາ ເອີລົບ ກ່ຽວກັບການພົບປະໂດຍ ອີຢູ ເປັນກາງ ໂດຍມີການເຂົ້າຮ່ວມຂອງການນຳສອງປະເທດ ອາແຊກໄບຢານ ແລະ ອາກເມນີ ຢູ່ ບຣຸກແຊນ ປະເທດ ແບນຊິກ. ກະຊວງການຕ່າງປະເທດ ອາແຊກໄບຢານ ສະແດງຄວາມເຊື່ອໝັ້ນວ່າ ການພົບປະ ຈະສ້າງກາລະໂອກາດຕື່ມອີກ ພ້ອມທັງຊີ້ແຈ້ງວ່າ ອາແຊກໄບຢານ ຍາມໃດກໍ່ເປີດໂອກາດສຳລັບການເຈລະຈາດ້ານການເມືອງ ແລະ ຊົມເຊີຍບັນດາການພົບປະຄືແນວນີ້.

ກ່ອນຫນ້ານັ້ນ ວັນທີ 19 ພະຈິກ, ທ່ານ Charles Michel ປະທານສະພາເອີລົບ ສະເຫນີໃຫ້ຈັດຕັ້ງການພົບປະລະຫວ່າງທ່ານ Ilham Aliyev ປະທານາທິບໍດີ ອາແຊກໄບຢານ ແລະ ທ່ານ Nikol Pashinyan ນາຍົກລັດຖະມົນຕີ ອາກເມນີ ຢູ່ ບຣຸກແຊນ ໃນວັນທີ 15 ທັນວາ ພາຍຫລັງການປະທະກັນເກີດຂຶ້ນຄືນໃຫມ່ຢູ່ເຂດຊາຍແດນ ລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງໃນອາທິດຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ