ອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ເຂດໄຫຼ່ທະວີບທາງພາກໃຕ້ຫວຽດນາມ

ອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ເຂດໄຫຼ່ທະວີບທາງພາກໃຕ້ຫວຽດນາມ - ảnh 1
ອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ
ຢູ່ເຂດໄຫຼ່ທະວີບທາງພາກໃຕ້ຫວຽດນາມ
(ພາບ: tuoitre)


(vovworld) –​ ພິ​ທີ​ອາ​ໄລ​ຫາບັນ​ດາ​ນັກ​ຮົບ​ທີ່​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ເຂດ​ໄຫຼ່​ທະ​ວີບ​ທາງ​ພາກ​ໃຕ້​ຫວຽດ​ນາມ ຖືກ​ດຳ​ເນີນ​ໄປ​ຢ່າງ​ສົມ​ກຽດ​ໃນ​ຕອນ​ບ່າຍ​ວັນ​ທີ 17/01 ໃນ​ກ່ຳ​ປັ່ນ 624, ຢູ່​ເຂດ​ທະ​ເລ ບ້າຍ​ຕື​ຈິ໋ງ (Vanguard Bank), ຫ່າງ​ຈ​າກວູງ​ເຕົ່າ 229 ໄມ​ທະ​ເລໄປ​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ໃນຫຼາຍ​ປີ​ຜ່ານ​ມາ, ນັບ​ແຕ່​ກຸ່ມ​ເສດ​ຖະ​ກິດ - ວິ​ທະ​ຍາ​ສາດ - ການ​ບໍ​ລິ​ການ (DK1) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ບົນ​ທະ​ເລ​ໃນ​ເຂດ​ໄຫຼ່​ທະ​ວີບ​ທາງ​ພາກ​ໃຕ້​ຂອງ​ຫວຽດ​ນ​າມ, ບັນ​ດາ​ນັກ​ຮົບກອງ​ພັນ​ນ້ອຍ DK1 ໄດ້​ຍົກ​ສູງ​ຈ​ິດ​ໃຈ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ, ໝູ່​ເກາະ, ປະ​ຕິ​ບັດ​ໜ້າ​ທີ່​ທີ່​ໄ​ດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ. ໃນ​​ໄລ​ຍະ​ເວ​ລານັ້ນ, ​ ​ພະ​ຍຸ​ລົມ​ແຮງ​ຢ່າງ​ຮ້າຍ​ແຮງນັ້ນ ເຮັດ​ໃຫ້​ບາງ​ເຮືອນ​ຮ້ານ​ຖືກ​ຈົມ​ນ້ຳ, ເຮັດ​ໃຫ້​ພະ​ນັກ​ງານ ແລະ ນັກ​ຮົບ​ບາງ​ຄົນ​​ຖືກເສຍ​ຊີ​ວິດ.

ຂ່າວ/ບົດ​ອື່ນ