ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດປູຊະນີຍະສະຖານຮ່ວມສຳພັນສຸ້ຮົບ ລາວ - ຫວຽດນາມ

(VOVWORLD) - ນີ້ແມ່ນການເຄື່ອນໄຫວປະຈຳປີ, ທີ່ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງລຸ້ນຄົນໃນປະຈຸບັນ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຊີວິດຂອງບັນດານັກຮົບວິລະຊົນ, ທີ່ເສຍສະຫຼະຊີວິດເພື່ອພາລະກິດສາກົນອັນສູງສົງ
ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດປູຊະນີຍະສະຖານຮ່ວມສຳພັນສຸ້ຮົບ ລາວ - ຫວຽດນາມ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ແລະ ພັນລະຍາ ແລະ ຄະນະຜູ້ແທນສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ຖະຫວາຍທູບທຽນ, ດອກໄມ້ຢູ່ເຂດປູຊະນີຍະສະຖານ

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2017), ວັນທີ 23 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງລາຍການຕອບບຸນແທນຄຸນ ແລະ ວາງພວງມາລາຖະຫວາຍທູບທຽນຢູ່ອະນຸສາວາລີບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດປູຊະນີຍະສະຖານຮ່ວມສຳພັນສູ້ຮົບ ລາວ - ຫວຽດນາມ ຕໍ່ສູ້ປົກປ້ອງນະຄອນຫຼວງ ວຽງຈັນ, ໃນບ້ານເກີນ, ເມືອງ ທຸລະຄົມ, ແຂວງ ວຽງຈັນ, ປະເທດລາວ. ນີ້ແມ່ນການເຄື່ອນໄຫວປະຈຳປີ, ທີ່ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງລຸ້ນຄົນໃນປະຈຸບັນ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຊີວິດຂອງບັນດານັກຮົບວິລະຊົນ, ທີ່ເສຍສະຫຼະຊີວິດເພື່ອພາລະກິດສາກົນອັນສູງສົງ, ເພື່ອເອກະລາດ - ເສລີພາບຂອງ 2 ຊາດ ຫວຽດນາມ -ລາວ. ເອື້ອຍວັນທິມີງ, ເຊິ່ງແມ່ນຊາວ ຫວຽດນາມ ອາໄສຢູ່ ນະຄອນຫຼວງວຽງຈັນ, ໄດ້ແບ່ງປັນວ່າ:

        “ຂ້າພະເຈົ້າມີຄວາມຕື້ນຕັນໃຈຍ້ອນບັນດານັກຮົບ ຫວຽດນາມ ໄດ້ເສຍສະຫຼະຊີວິດຢູ່ປະເທດລາວ ຍ້ອນໜ້າທີ່ສາກົນອັນສູງສົງ, ດັ່ງນັ້ນ, ຂ້າພະເຈົ້າໄດ້ໄປແຫ່ງນີ້ເພື່ອຖະຫວາຍທູບທຽນອາໄລຫາຕໍ່ດວງວີນຍານ ບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດເຫລົ່ານັ້ນ. ຂ້າພະເຈົ້າກໍ່ປາດຖະໜາວ່າ ລຸ້ນໜຸ່ມໃນປະຈຸບັນໄດ້ເຕີບໃຫຍ່ໃນສັນຕິພາບຕ້ອງປະຕິບັດຕາມແບບຢ່າງຂອງບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດນັ້ນ”

        ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໋າຮູ່ງ ໄດ້ເນັ້ນໜັກວ່າ: ການເສຍສະຫຼະຊີວິດອັນສູງສົ່ງຂອງບັນດານັກວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ໄດ້ເຮັດໃຫ້ບ້ານເກີດເມືອງນອນ, ປະເທດຊາດມີຄວາມຮຸ່ງເຮືອງກ່ວາອີກ. ຈິດໃຈຂອງບັນດາວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດໄດ້ຍືນຍົງຄົງຕົວຕະຫຼອດໄປ.

ຕອບກັບ

ຂ່າວ/ບົດ​ອື່ນ