ອາໄລຫາຜູ້ປະສົບເຄາະຮ້າຍໃນບັນດາເຫດກໍ່ການຮ້າຍຢູ່ແບນຊິກ

ອາໄລຫາຜູ້ປະສົບເຄາະຮ້າຍໃນບັນດາເຫດກໍ່ການຮ້າຍຢູ່ແບນຊິກ - ảnh 1
ພິທີອາໄລຫາຜູ້ປະສົບເຄາະຮ້າຍໃນບັນດາເຫດກໍ່ການຮ້າຍຢູ່ແບນຊິກ
(ພາບ: EPA/TTXVN)

(vovworld) - ວັນ​ທີ 22/05, ​ເຈົ້າ​ຊີວິດ Philippe ​ແລະ ພະ​ລາ​ຊີ​ນີ Mathilde ຂອງ ​ແບນ​ຊິກ ພ້ອມ​ກັບ​ທ່ານ​ນາຍົກລັດຖະມົນຕີ Charles Michel ​ເປັນ​ປະທານ​ພິທີ​ອາ​ໄລ​ຫາ​ຜູ້​ປະສົບ​ເຄາະ​ຮ້າຍ​ໃນ​ບັນດາ​​ເຫດ​ກໍ່​ການ​ຮ້າຍ​ຢູ່ Brussels ​ເມື່ອ​ເດືອນ 3 ຜ່ານ​ມາ. ​ເຫ​ດການ​ນີ້​ໄດ້​ເປັນ​ຂີດ​ໝາຍ 2 ​ເດືອນ​ແຫ່ງ​ການ​ເກີດ​ບັນ​ດາ​ເຫດ​ວາງ​ລະ​ເບີດ​ຢູ່​ສະໜາ​ມບິນ Zaventem  ​ແລະ ສະຖານີ​ລົດ​ໄຟ​ໃຕ້​ດິນ Maelbeek ຢູ່​ນະຄອນຫລວງ ​ Brussels, ​ເຮ​ັດ​ໃຫ​້ 32 ຄົນ​ເສຍ​ຊີວິດ ​ແລະ 340 ຄົນ​ຮັບ​ບາດ​​ເຈັບ. ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແບນ​ຊິກ ພວມ​ຮັກສາ​ຄວາມ​ປອດ​ໄພ​ໃນລະດັບ​ສູງ ​ເພື່ອ​ແນ​ໃສ່ກຽມ​ພ້ອມ​ຮັບ​ມື​ກັບ​ການກໍ່​ການ​ຮ້າ​ຍ. ປະຈຸ​ບັນຄວາມ​ສະຫງົບປອ​ດ​ໄພຍັງ​ໄດ້​ຮັບ​ການ​ຄວບ​ຄຸມ​ຢ່າງ​ແໜ້ນ​​ແຟ້ນຢູ່​ບາງ​ສະຖານ​ທີ່ສຳລັບຄື: ສະໜາມ​ບິນ, ສະຖານີ​ລົດ​ໄຟ ​ແລະ ບັນດາ​ໂຮງ​ງານ​ໄຟຟ້າ​ນິວ​ເຄຼຍ.

ຂ່າວ/ບົດ​ອື່ນ