ອຳ​ນາດ​ການ​ປົກ​ຄອງ Montgomery, ລັດ​ Maryland, ອາ​ເມ​ລິ​ກາ ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ແຂວງ ດົ່ງ​ນາຍ (ຫວຽດ​ນາມ)

(VOVWORLD) - ເຂດ Montgomery ມີຄວາມສາມາດບົ່ມຊ້ອນ, ທ່າແຮງຫຼາຍຢ່າງໃນການພັດທະນາອຸດສາຫະກຳ, ພິເສດແມ່ນໃນຂົງເຂດເຕັກໂນໂລຢີຊີວະສາດ, ເຕັກໂນໂລຢີຂໍ້ມູນຂ່າວສານ.
ອຳ​ນາດ​ການ​ປົກ​ຄອງ Montgomery, ລັດ​ Maryland, ອາ​ເມ​ລິ​ກາ ຢາກ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ແຂວງ ດົ່ງ​ນາຍ (ຫວຽດ​ນາມ) - ảnh 1ການພົບປະລະຫວ່າງສອງຝ່າຍ (ພາບ: baodongnai.com.vn)

ຕອນບ່າຍວັນທີ 6 ພະຈິກ, ການນຳຄະນະພັກແຂວງ ດົ່ງນາຍ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະປະຕິບັດງານ ຂອງອຳນາດການປົກຄອງ Montgomery, ລັດ Maryland, ອາເມລິກາ ແລະ ສະພານັກທຸລະກິດ ຫວຽດນາມ - ອາເມລິກາ. ທີ່ການຕ້ອນຮັບ, ທ່ານ ຫງວຽນຮົ່ງຫຼີງ, ເລຂາຄະນະພັກແຂວງ ດົ່ງນາຍ ໃຫ້ຮູ້ວ່າ ປັດຈຸບັນ ໃນບໍລິເວນແຂວງ ມີເຂດອຸດສາຫະກຳ 32 ແຫ່ງ, ດຶງດູດເກືອບ 1.600ໂຄງການລົງທຶນ ຂອງ 45 ປະເທດ ແລະ ເຂດແຄວ້ນ, ຍອດເງິນລົງທຶນຈົດທະບຽນເກືອບ 35 ຕື້ USD. ໃນນັ້ນ, ວິສາຫະກິດ ອາເມລິກາ ມີ 30 ໂຄງການ, ດ້ວຍຍອດເງິນລົງທຶນເກືອບ 270 ລ້ານ USD. ຕາມທ່ານ ຫງວຽນຮົ່ງຫຼີງ ແລ້ວ, ແຂວງ ດົ່ງນາຍ ພວມຜັນຂະຫຍາຍຫຼາຍກິດຈະກຳ ພື້ນຖານໂຄງລ່າງຄົມມະນາຄົມໃຫຍ່, ພິເສດແມ່ນສະໜາມບິນ ລອງແທັງ ແລະ ບັນດາເສັ້ນທາງຄວາມໄວສູງ. ເມື່ອບັນດາໂຄງການ ນຳເຂົ້າການເຄື່ອນໄຫວ, ກໍ່ຈະຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນຢ່າງແຮງ, ເປີດຫຼາຍໂອກາດສຳລັບວິສາຫະກິດຕ່າງປະເທດ. ການນຳແຂວງ ດົ່ງນາຍ ປາດຖະໜາວ່າ ຜ່ານການພົບປະຄັ້ງນີ້, ອຳນາດການປົກຄອງ Montgomery, ສະພານັກທຸລະກິດ ອາເມລິກາ ຈະເພີ່ມທະວີການຮ່ວມມື ກັບບັນດາ ທ້ອງຖິ່ນໃນຂົງເຂດການລົງທຶນ, ບຳລຸງສ້າງຊັບພະຍາກອນມະນຸດລະຫວ່າງສອງຝ່າຍ.

ສ່ວນທ່ານ Marc Elrich ປະທານອຳນາດການປົກຄອງ ເມືອງ Montgomery ໃຫ້ຮູ້ວ່າ ອຳນາດການປົກຄອງເຂດ Montgomery ແລະ ວິສາຫະກິດ ອາເມລິກາ ປາດຖະໜາຢາກ ສ້າງການພົວພັນສອງຝ່າຍກັບ ດົ່ງນາຍ. ເຂດ Montgomery ມີຄວາມສາມາດບົ່ມຊ້ອນ, ທ່າແຮງຫຼາຍຢ່າງໃນການພັດທະນາອຸດສາຫະກຳ, ພິເສດແມ່ນໃນຂົງເຂດເຕັກໂນໂລຢີຊີວະສາດ, ເຕັກໂນໂລຢີຂໍ້ມູນຂ່າວສານ. ນອກຈາກນັ້ນ, ເຂດ Montgomery ກໍ່ພວມມີຫຼາຍໂຄງການ, ນະໂຍບາຍໜູນຊ່ວຍ ວິສາຫະກິດ ຫວຽດນາມ ມາລົງທຶນ ແລະ ເປີດບໍລິສັດຢູ່ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ