ອຳນາດການປົກຄອງ ການທະຫານໄທ ສ້າງຕັ້ງຄະນະກຳມະການໄກ່ເກ່ຍ ແລະ ປະຕິຮູບ

ອຳນາດການປົກຄອງ ການທະຫານໄທ ສ້າງຕັ້ງຄະນະກຳມະການໄກ່ເກ່ຍ ແລະ ປະຕິຮູບ - ảnh 1
(ພາບປະກອບ: AFP/TTXVN)

(vovworld) –  ​ວັນ​ທີ 17/06, ໂຄສົກ​ກອງ​ບັນຊາ​ການ​ບັນດາ​ບັ້ນ​ຮົບ​ປ້​ອງກັນ​ຄວາມ​ສະຫງົບ​ພາຍ​ໃນທ່ານ ບັນພົດ ພູນ​ພຽນ ​ໃຫ້​ຮູ້​ວ່າ, ອຳນາດ​ການປ​ົກຄອງ​ການ​ທະຫານ​ໄທ ​ໄດ້​ສ້າງ​ຕັ້ງ​ຄະນະ​ກຳມະການ​ໃໝ່, ຮັບຜິ​ດຊອບ​ດຳ​ເນີນ​ການ​ໄກ່​ເກ່ຍ ​ແລະ ປະຕິ​ຮູບ, ​ເຊິ່ງ​ເປັນ 2 ບາດກ້າວ​ເດີນ​ທີ່​ສຳຄັນ​ໃນ​ວິວັດ​ການ​ເຊິ່ງອຳນາດ​ການ​ປົກຄອງ​ການ​ທະຫານຍົກ​ອອກ​ມາ ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ຄັ້ງ​ໃຫຍ່. ອົງການ​ດັ່ງກ່າວ​ມີ​ຊື່ວ່າ ຄະນະ​ກຳມະການ​ໄກ່​ເກ່ຍ ​ແລະ ປະຕິ​ຮູບ (CRR), ຈະ​ຮັບຜິດຊອບ​ຮັບ​ເອົາ​ຄຳ​ເຫັນ ​ແລະ ຂໍ້ສະ​ເໜີ​ຂອງບັນດາ​ອົງການ ​ແນ​ໃສ່​ຍົກ​ອອກ​ແຜນການ​ໄກ່​ເກ່ຍ ​ແລະ ປະຕິ​ຮູບ​ປະ​ເທດ​ຊາດ. CRR ຢູ່​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ຫ້ອງ​ວ່າການ​ເລຂາ​ປະຈຳການ​ປ້ອງ​ກັນ​ຊາດ, ລວມມີ​ຜູ້ຕາງໜ້າ​ບັນດາ​ອົງການ​ສຳ​ນັກ​ງານ​ຂອງ​ລັດຖະບານທີ່​ມີໜ້າ​ທີ່.

ຂ່າວ/ບົດ​ອື່ນ