ອຳນາດການປົກຄອງ ຕາລີບານ ປຶກສາຫາລືກັບ ອາເມລິກາ ກ່ຽວກັບການພົວພັນລະຫວ່າງສອງຝ່າຍ

(VOVWORLD) -ຄະນະຜູ້ແທນ ຕາລີບານ ໄດ້ສຸມໃສ່ເຂົ້າບັນຫາຫນູນຊ່ວຍມະນຸດສະທຳ ແລະ ປະຕິບັດຂໍ້ຕົກລົງ Doha
ອຳນາດການປົກຄອງ ຕາລີບານ ປຶກສາຫາລືກັບ ອາເມລິກາ ກ່ຽວກັບການພົວພັນລະຫວ່າງສອງຝ່າຍ - ảnh 1ທ່ານ Amir Khan Muttaqi ຜູ້ຮັກສາການ ລັດຖະມົນຕີການຕ່າງປະເທດ ຂອງລັດຖະບານຊົ່ວຄາວ (ພາບ: AFP/ TTXVN)

ວັນທີ 9 ຕຸລາ, ທ່ານ Amir Khan Muttaqi ຜູ້ຮັກສາການລັດຖະມົນຕີການຕ່າງປະເທດ ຂອງລັດຖະບານຊົ່ວຄາວ ທີ່ຫາກໍ່ສ້າງຕັ້ງໃຫມ່ ຢູ່ ອາບການິສະຖານ ໃຫ້ຮູ້ວ່າ: ທີ່ການພົບປະກັບຄະນະຜູ້ແທນ ອາເມລິກາ ຢູ່ Doha, Qatar, ສອງຝ່າຍ ໄດ້ປຶກສາຫາລືຫລາຍບັນຫາ, ໃນນັ້ນ ມີເລື່ອງເປີດຫນ້າປະຫວັດສາດໃຫມ່ໃນການພົວພັນລະຫວ່າງສອງຝ່າຍ.

ຊ່ອງໂທລະພາບ Al-Jazeera ໄດ້ຄັດສະເຫນີ ບົດກ່າວປາໄສຂອງທ່ານ Muttaqi ໂດຍໃຫ້ຮູ້ວ່າ: ທີ່ການພົບປະ ຄະນະຜູ້ແທນ ຕາລີບານ ໄດ້ສຸມໃສ່ເຂົ້າບັນຫາຫນູນຊ່ວຍມະນຸດສະທຳ ແລະ ປະຕິບັດຂໍ້ຕົກລົງ Doha. ນອກນັ້ນ ຄະນະຜູ້ແທນອຳນາດການປົກຄອງ ຕາລີບານ ສະເຫນີ ອາເມລິກາ ຈົ່ງຍົກເລີກການລົງໂທດສຳລັບທະນາຄານສູນກາງ ອາບການິສະຖານ. ຝ່າຍ ອາເມລິກາ ໃຫ້ຮູ້ວ່າ : ພ້ອມແລ້ວທີ່ຈະສະຫນອງ ວັກຊິນ ກັນໂຄວິດ ໃຫ້ປະຊາຊົນ ອາບການິສະຖານ.

ຄາດວ່າ ຄະນະຜູ້ແທນ ຕາລີບານ ຈະພົບປະກັບຜູ້ຕາງຫນ້າ ອີຢູ ເພື່ອປຶກສາຫາລືການຜັນແປຫລ້າສຸດຢູ່ ອາບການິສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ