ອຳນາດການປົກຄອງ ຕາລີບານ ຢາກສ້າງຕັ້ງການພົວພັນມິດຕະພາບກັບປະຊາຄົມສາກົນ

(VOVWORLD) -ປະເທດນີ້ຢາກມີການພົວພັນມິດຕະພາບກັບປະຊາຄົມສາກົນ, ໃນນັ້ນລວມທັງບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ຢູ່ພາກພື້ນ.
ອຳນາດການປົກຄອງ ຕາລີບານ ຢາກສ້າງຕັ້ງການພົວພັນມິດຕະພາບກັບປະຊາຄົມສາກົນ - ảnh 1ທ່ານ Amit Khan Muttaqi
(ພາບ: AFP/TTXVN)

ໃນບົດກ່າວປາໄສວັນທີ 23 ກັນຍາ, ຜູ້ຮັກສາການລັດຖະມົນຕີການຕ່າງປະເທດຂອງລັດຖະບານຊົ່ວຄາວ ເຊິ່ງຫາກໍ່ໄດ້ຮັບການສ້າງຕັ້ງຢູ່ ອາບການິດສະຖານ ທ່ານ Amit Khan Muttaqi ຢືນຢັນວ່າ, ປະເທດນີ້ຢາກມີການພົວພັນມິດຕະພາບກັບປະຊາຄົມສາກົນ, ໃນນັ້ນລວມທັງບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ຢູ່ພາກພື້ນ.

ກຳລັງ ຕາລີບານ ໄດ້ສ້າງຕັ້ງລັດຖະບານຊົ່ວຄາວຢູ່ ອາບການິດສະຖານ ໃນວັນທີ 07 ກັນຍາ, ພາຍຫຼັງຍາດໄດ້ສິດຄວບຄຸມຢູ່ນະຄອນຫຼວງ Kabul ເມື່ອກາງເດືອນ ສິງຫາ. ທ່ານ Amit Khan Muttaqi ຢືນຢັນວ່າ ອຳນາດການປົກຄອງໃໝ່ຢູ່ ອາບການິດສະຖານ ຈະບໍ່ອະນຸຍາດໃຫ້ບັນດາກຳລັງນຳໃຊ້ຜືນແຜ່ນດິນຂອງປະເທດນີ້ ເພື່ອຕ້ານຄືນປະເທດອື່ນ ຫຼື ສ່ວນບຸກຄົນໃດ.

ທ່ານ Amit Khan Muttaqi ກໍ່ໃສ່ໃຈວ່າ, ເລື່ອງສ້າງຄວາມກົດດັນກັບອຳນາດການປົກຄອງ ຕາລີບານ ຈະບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຜູ້ໃດ. ທ່ານຍັງຮຽກຮ້ອງໃຫ້ປະຊາຊົນ ອາບການິດສະຖານ ຈົ່ງສາມັກຄີກັນ ແລະ ສ້າງສາປະເທດຊາດຄືນໃໝ່, ລວມທັງທາງດ້ານເສດຖະກິດ, ດ້ວຍເຈດຕະນາດີ, ນ້ຳໃຈມິດຕະພາບ ແລະ ຄວາມສາມັກຄີ.

ຕອບກັບ

ຂ່າວ/ບົດ​ອື່ນ