ອຳນາດການປົກຄອງ ມຽນມາ ຍຸບເລີກ 40 ພັກຝ່າຍບໍ່ຈົດທະບຽນການສ້າງຕັ້ງຄືນໃໝ່

(VOVWORLD) -ໃນຈຳນວນດັ່ງກ່າວ, ມີສຳພັນທະມິດແຫ່ງຊາດເພື່ອປະຊາທິປະໄຕ (NLD) ໂດຍທ່ານນາງ Aung San Suu Kyi ນຳໜ້າ.
ອຳນາດການປົກຄອງ ມຽນມາ ຍຸບເລີກ 40 ພັກຝ່າຍບໍ່ຈົດທະບຽນການສ້າງຕັ້ງຄືນໃໝ່ - ảnh 1(ພາບປະກອບ: AFP/TTXVN)

        ວັນທີ 28 ມີນາ, ຄະນະກຳມະການເລືອກຕັ້ງຂຶ້ນກັບອຳນາດປົກຄອງດ້ານການທະຫານ ມຽນມາ ແຈ້ງເລື່ອງຍຸບເລີກ 40 ພັກການເມືອງ ຍ້ອນບໍ່ຈົດທະບຽນຄືນໃໝ່ຖືກຕາມກຳນົດເວລາ ຕາມກົດໝາຍວ່າດ້ວຍການເລືອກຕັ້ງໃໝ່. ໃນຈຳນວນດັ່ງກ່າວ, ມີສຳພັນທະມິດແຫ່ງຊາດເພື່ອປະຊາທິປະໄຕ (NLD) ໂດຍທ່ານນາງ Aung San Suu Kyi ນຳໜ້າ.

        ກ່ອນໜ້ານັ້ນ, ເດືອນ ມັງກອນ 2023, ອຳນາດການປົກຄອງດ້ານການທະຫານ ມຽນມາ ໄດ້ແຈ້ງໃຫ້ຊາບວ່າ ບັນດາພັກຝ່າຍການເມືອງຢູ່ປະເທດນີ້ ມີເວລາ 2 ເດືອນເພື່ອຈົດທະບຽນຄືນໃໝ່ ຕາມກົດໝາຍວ່າດ້ວຍການເລືອກຕັ້ງໃໝ່ ຕໍ່ໜ້າການເລືອກຕັ້ງເຊິ່ງອຳນາດການປົກຄອງດ້ານການທະຫານໃຫ້ຄຳໝັ້ນສັນຍາວ່າຈະຈັດຂຶ້ນຊ້າສຸດແມ່ນໃນເດືອນ ສິງຫາ 2023. ກົດໝາຍສະບັບໃໝ່ເນັ້ນໜັກວ່າ ບັນດາພັກຝ່າຍການເມືອງຈະບໍ່ມີຖານະເປັນພັກການເມືອງ ຖ້າຫາກບໍ່ສາມາດປະຕິບັດບັນດາຂໍ້ກຳນົດ. ອຳນາດການປົກຄອງກໍ່ຈະມີສິດຍົກເລີກບໍ່ວ່າພັກການເມືອງໃດໆ ຖ້າພັກນັ້ນຖືກຖະແຫຼງວ່າຜິດກົດໝາຍ ຫຼື ຖືກກ່າວຫາກ່ຽວຂ້ອງເຖິງບັນດາອົງການກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ