ອຳນາດການປົກຄອງ ອູກະແລນ ແລະ ຝ່າຍຄ້ານ ບັນລຸໄດ້ຂໍ້ຕົກລົງຢຸດຍິງ

ອຳນາດການປົກຄອງ ອູກະແລນ ແລະ ຝ່າຍຄ້ານ ບັນລຸໄດ້ຂໍ້ຕົກລົງຢຸດຍິງ - ảnh 1
(ພາບ: AFP)

(vovworld) - ວັນ​ທີ 19/02, ​ພາຍ​ຫຼັງສິ້ນ​ສຸດ​ການ​ພົບ​ປະ​ລະຫວ່າງທ່ານ​ປະທານາທິບໍດີ ອູ​ກະ​ແລນ Viktor Yanukovych ກັບ​ບັນດາ​ຫົວໜ້າ​ຝ່າຍ​ຄ້ານ​ແມ່ນ​ທ່ານ Aresrni Yatsenuk ຂອງ​ພັກ​ແດນ​ແມ່, ທ່ານ Vitali Klitschko ຂອງ​ພັກ Udar ​ແລະ ທ່ານ Oleg Tyagnibok ຂ​​ອງພັກ​ເສລີ, ບັນດາ​ຝ່າຍ​ໄດ້​ເຫັນ​ດີຢຸດ​ຍິງ ​ແລະ ​ເລີ່​ມດຳ​ເນີນ​ວິວັດ​ການ​ເຈລະຈາ.

        ​ໂດຍລະອຽດ​ແມ່ນ, ອຳນາດ​ການ​ປົກຄອງ ອູ​ກະ​ແລນ ຖະ​ແຫຼ​ງຍຸບ​ເລີກ​ແຜນການ​ປະກາດ​ສະພາບ​ສະພາວະ​ສຸກ​ເສີນ ​ໃນ​ຂະນະ​ທີ່​ບັນດາ​ຫົວໜ້າ​ຝ່າຍ​ຄ້ານ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ກຳລັງ​ນີ້​ຈະ​ບໍ່​ບຸກ​ໂຈມ​ຕີ​ສະໜາມ​ຫຼວງ​ເອກະລາດ.

        ຂໍ້​ຕົກລົງ​ທີ່​ຫາ​ກໍ່​ບັນລຸ​ໄດ້​ລະຫວ່າງ​ອຳນາດ​ການ​ປົກຄອງ ​ແລະ ຝ່າຍ​ຄ້ານ​ອູ​ກະ​ແລນ ​ໄດ້​ຮັບການ​ຕີ​ລາຄາ​ວ່າ ​ແມ່ນ​ການ​ກະທຳ​ທີ່​ຕັ້ງໜ້າ ​ໃນ​ສະພາບ​ທີ່​ການ​ໃຊ້​ຄວາມ​ຮຸນ​ແຮງ​ພວມ​ປິນຂັ້ນ​ໄດ. ຕາມ​ແຫຼ່ງຂ່າວ​ຈາກກະຊວງ​ພາຍ​ໃນ ອູ​ກະ​ແລນ ແລ້ວ​, ມາ​ຮອດ​ປະຈຸ​ບັນ ​ໄດ້​ມີ 26 ຄົນ​ເສຍ​ຊີວິດ, ​ໃນ​ນັ້ນ​ຢ່າງ​ໜ້​ອຍສຸດ​ມີ​ຕຳຫຼວດ 10 ຄົນ ​ແລະ ນັບ​ຮ້ອນ​ຄົນ​ຖືກ​ບາດ​ເຈັບ​ໃນ​​ການ​ປະ​ທະ​ກັນ​ຄັ້ງຕ່າງໆແຕ່​ວັນ​ທີ 18/02.

ຂ່າວ/ບົດ​ອື່ນ