ອຳນາດການປົກຄອງ ອີຢິບ ຕັດສິນໃຈປາບປາມການຈາລະຈົນ

ອຳນາດການປົກຄອງ ອີຢິບ ຕັດສິນໃຈປາບປາມການຈາລະຈົນ  - ảnh 1
ພາຍຫຼັງຜູ້​ແຫ່​ຂະ​ບວນປະ​ທ້ວງ​ສະໜັບສະໜູນ​ປະທານາທິບໍດີ ຜູ້​ຖືກ​ປົດ​ຕຳ​ແໜ່​ງ Mohamad Morsi ກ່ວາ 60 ຄົນຖືກ​ເສຍ​ຊີວິດ ເມື່ອວັນທີ 27/7
(ພາບ: Press TV)

(vovworld) – ວັນ​ທີ 28/7, ອຳນາດ​ການ​ປົກຄອງ​ຊົ່ວຄາວ ອີ​ຢິບ ​ໄດ້​ດຳ​ເນີນ​ຫຼາຍ​ບາດກ້າວ​ໃໝ່, ສະ​ແດງ​ຄວາມ​ຕັດສິນ​ໃຈ​ປາບ​ປາມ​ການ​ຈາລະ​ຈົນ ​ແລະ ຟື້ນ​ຟູ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ​ແນ​ໃສ່​ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ເລື່ອງ​ປະຕິບັດ​ວິວັດ​ການ​ມອບ​ໂອນ​ສິດ​ອຳນາດ​ຢູ່​ປະ​ເທດ​ນີ້. ຕອນ​ບ່າຍ​ວັນ​ທີ 28/7, ທ່ານ​ປະທານາທິບໍດີ ຊົ່ວຄາວ ອີຢິບ Adki Mansour ​ໄດ້​ອອກ​ລັດຖະດຳລັດ​ມ​ອບສິດ​ໃຫ້​ນາຍົກລັດຖະມົນຕີ Bedlawi ຮັບຜິດຊອບ​ການ​ຊີ້​ນຳນຳພາ ​ແລະ ມອບ​ສິດ​ໃຫ້​ບັນດາ​ກຳລັງ​ປະກອບ​ອາວຸດ​ຂອງ ອີ​ຢິບ ປະຕິບັດ​ເລື່ອງ​ປາບ​ປາມ​ການ​ຈາລະ​ຈົນ, ຟື້ນ​ຟູຄວາມ​ເປັນ​ລະ​ບຽບຮຽບຮ້ອຍ​ຂອງ​ປະ​ເທດ​ຊາດ. ລັດຖະດຳລັດ ​ໄດ້​ຍົກ​ອອກ​ມາ​ພາຍຫຼັງຜູ້​ແຫ່​ຂະ​ບວນປະ​ທ້ວງ​ສະໜັບສະໜູນ​ປະທານາທິບໍດີ ຜູ້​ຖືກ​ປົດ​ຕຳ​ແໜ່​ງ Mohamad Morsi ກ່ວາ 60 ຄົນຖືກ​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ນອງ​ເລືອດ​ກັບ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່ ນະຄອນ Nasr City, ທາງ​ທິດຕາ​ເວັນ​ອອກ​ນະຄອນຫຼວງ ກາຍ​ໂຣ ພຽ​ງມື້ໜຶ່ງ​.

    ​ໃນ​ຂະນະ​ນັ້ນ, ຢູ່​ແຫຼມ Sinai, ​ເຊິ່ງ​ແມ່ນ​ເຂດ​ດິນ​ແດນ​ຕິດ​​ກັບ​ເຂດ Gaza ​ແລະ ອິດສະ​ຣາ​ແອນ, ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ອີ​ຢິບ ສືບ​ຕໍ່​ຍູ້​ແຮງ​ການ​ກວາດ​ລ້າງ ​ແລະ ດັບ​ສູນ ບັນດາ​ມື​ປືນ​ຝ່າຍ​ຄ້ານ, ຜູ້​ຖືກ​ສົ່ງ​ໃສ​ຕົ້ນ​ຕໍ່​​ໃນ​​ການ​ບຸກ​ໂຈມ​ຕີ​ດ້ວຍ​ກຳລັງປະກອບ​ອາວຸດ​ຕ່າງໆທີ່​ເລັ່ງ​ໃສ່​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ມ້າງ​ທຳລາຍ​ທໍ່​ສົ່ງ​ນ້ຳມັນ​​ເຖິງ​ແມ່​ນ້ຳ​ຈໍ​​ແດນ ​ໃນ​ໄລຍະ​ຜ່ານ​ມາ.

 

ຂ່າວ/ບົດ​ອື່ນ