ອ​ຳ​ນາ​ດ​ການ​ປົກ​ຄອງ​​ທະ​ຫານ​ຢູ່ ນີ​ເຊ ພວມ​ເຈ​ລະ​ຈາ​ກັບທັງ ຝ​ລັ່ງ ແລະ ECOWAS

(VOVWORLD) - ລັດຖະບານ ຝລັ່ງ ຈະພິຈາລະນາຖອນທະຫານຈຳນວນໜຶ່ງ ຢູ່ ນີເຊ ກັບເມືອປະເທດ, ໃນຂະນະທີ່ອຳນາດການປົກຄອງທະຫານ ນີເຊ ຮຽກຮ້ອງໃຫ້ໃຫ້ຢຸດຕິການປະກົດຕົວຂອງທະຫາຍ ຝລັ່ງ ຢູ່ປະເທດນີ້ ຢ່າງສິ້ນເຊີງ.
ອ​ຳ​ນາ​ດ​ການ​ປົກ​ຄອງ​​ທະ​ຫານ​ຢູ່ ນີ​ເຊ ພວມ​ເຈ​ລະ​ຈາ​ກັບທັງ ຝ​ລັ່ງ ແລະ ECOWAS - ảnh 1ນາຍພົນ Abdourahmane Tiani (ຜູ້ທີ 3 ນັບແຕ່ຂາວມາ), ການນຳກໍ່ລັດຖະປະຫານຢູ່ ນີເຊ ຢູ່ນະຄອນຫຼວງ  Niameyໃນວັນທີ 28/7 (ພາບ: Reuters)

ວັນທີ 05 ກັນຍາ, ສື່ມວນຊົນສາກົນ ໄດ້ໃຫ້ຂ່າວວ່າ ອຳນາດການປົກຄອງທະຫານຢູ່ ນີເຊ ພວມເຈລະຈາກັບທັງ ລັດຖະບານ ຝລັ່ງ ແລະ ປະຊາຄົມເສດຖະກິດ ອາຟະລິກາຕາເວັນຕົກ (ECOWAS) ກ່ຽວກັບບາງບັນຫາທີ່ກ່ຽວຂ້ອງເຖິງການກໍ່ລັດຖະປະຫານຢູ່ປະເທດ ອາຟະລິກາຕາເວັນຕົກນີ້. ຕາມບັນດານັກໄຈ້ແຍກແລ້ວ, ການກະທຳດັ່ງກ່າວໄດ້ຮັບຖືວ່າແມ່ນສັນຍານທີ່ຕັ້ງໜ້າ ສາມາດເປີດທາງອອກໃຫ້ສະພາບຄວາມເຄັ່ງຕຶງ ແລະ ວິກິດການໃນປັດຈຸບັນຢູ່ ນີເຊ ພາຍຫຼັງການກໍ່ລັດຖະປະຫານ ທີ່ເຮັດໃຫ້ ອາຟະລິກາ ສັ່ນສະເທື່ອ ໃນຄ່ຳຄື່ນວັນທີ 26 ກໍລະກົດ ຜ່ານມາ.

        ຕາມໜັງສືພິມ Le Monde ຂອງ ຝລັ່ງ, ສອງຝ່າຍຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງກ່ຽວກັບຈຳນວນທະຫານ ຝລັ່ງ ທີ່ຈະຖອນຕົວອອກຈາກ ນີເຊ ເທື່ອ. ປັດຈຸບັນ, ລັດຖະບານ ຝລັ່ງ ຈະພິຈາລະນາຖອນທະຫານຈຳນວນໜຶ່ງ ຢູ່ ນີເຊ ກັບເມືອປະເທດ, ໃນຂະນະທີ່ອຳນາດການປົກຄອງທະຫານ ນີເຊ ຮຽກຮ້ອງໃຫ້ໃຫ້ຢຸດຕິການປະກົດຕົວຂອງທະຫາຍ ຝລັ່ງ ຢູ່ປະເທດນີ້ ຢ່າງສິ້ນເຊີງ.

        ກ່ຽວກັບຝ່າຍ ECOWAS, ບັນດາແຫຼ່ງຂ່າວໃຫ້ຮູ້ວ່າ ຄະນະນັກເຈລະຈາ ECOWAS ພວມມີໜ້າຢູ່ Niamey. ເນື້ອໃນການເຈລະຈາກໍປິ່ນອ້ອມຂັ້ນຕອນມອບສົ່ງສິດອຳນາດຈາກອຳນາດການປົກຄອງກໍ່ລັດຖະປະຫານ ໃຫ້ອຳນາດການປົກຄອງພົນລະເຮືອນ ຜ່ານການເລືອກຕັ້ງປະຊາທິປະໄຕ.

ບາທີ - ນັກຂ່າວ VOV ປະຈຳ ອີຢິບ.

ຕອບກັບ

ຂ່າວ/ບົດ​ອື່ນ