ອຳນາດການປົກຄອງປາແລັດສະຕິນ ສະໜັບສະໜູນການເຈລະຈາສັນຕິພາບ Hamas – Fata

(VOVWORLD) -ທ່ານນາຍົກລັດຖະມົນຕີປາແລັດສະຕິນ Rami Hamdallah ຖະແຫຼງວ່າ, ອຳນາດການປົກຄອງປາແລັດສະຕິນ ສະໜັບສະໜູນຂະບວນການອິດສະລາມ Hamas ແລະ Fatah ຈັດຕັ້ງການເຈລະຈາຊົນຊາດຢູ່ນະຄອນຫຼວງ ກາຍໂຣ, ປະເທດອີຢິບ.

ອຳນາດການປົກຄອງປາແລັດສະຕິນ ສະໜັບສະໜູນການເຈລະຈາສັນຕິພາບ Hamas – Fata - ảnh 1ທ່ານນາຍົກລັດຖະມົນຕີປາແລັດສະຕິນ Rami Hamdallah

(ພາບປະກອບ: AFP/TTXVN)

ໃນຖະແຫຼງການດ້ວຍຈົດໝາຍເອເລັກໂຕນິກ ເມື່ອວັນທີ 21 ພະຈິກ, ທ່ານນາຍົກລັດຖະມົນຕີ Hamdallah ຊີ້ແຈ້ງວ່າ, ອຳນາດການປົກຄອງຈະໄດ້ຮັບການມອບໂອນຮັບທຸກໆໜ້າທີ່ ແລະ ສະເໜີບັນດາມາດຕະການຕື່ມອີກ ເພື່ອຫຼຸດຜ່ອນຄວາມທຸກຍາກໃຫ້ປະຊາຊົນຢູ່ເຂດ Gaza, ພ້ອມທັງເນັ້ນໜັກວ່າ, ຄວາມສະຫງົບແມ່ນໜຶ່ງໃນບັນດາບັນຫາຈຳເປັນທີ່ສຸດຢູ່ປາແລັດສະຕິນ.

        ການເຈລະຈາລະຫວ່າງບັນດາຝ່າຍຢູ່ປາແລດສະຕິນ ໄດ້ເລີ່ມດຳເນີນຢູ່ກາຍໂຣ ໃນວັນທີ 21 ພະຈິກ, ຄາດວ່າ, ໃນການເຈລະຈາທີ່ແກ່ຍາວເປັນເວລາ 3 ວັນນີ້, ບັນດາຝ່າຍຈະພິຈາລະນາຄືນຂໍ້ຕົກລົງສັນຕິພາບ Fatah – Hamas, ໃນນັ້ນມີເລື່ອງມອບໂອນໃຫ້ອຳນາດການປົກຄອງ ປາແລັດຕິນ ສິດຄວບຄຸມຄວາມສະຫງົບຢູ່ເຂດ Gaza, ຈັດຕັ້ງການເລືອກຕັ້ງຄັ້ງໃຫຍ່ ແລະ ປະຕິຮູບອົງການປົດປ່ອຍປາແລັດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ