ອຳນາດປົກຄອງການທະຫານໄທບຸລິມະສິດຟື້ນຟູຄວາມເປັນລະບຽບຮຽບຮ້ອຍຢູ່ພາກໃຕ້

ອຳນາດປົກຄອງການທະຫານໄທບຸລິມະສິດຟື້ນຟູຄວາມເປັນລະບຽບຮຽບຮ້ອຍຢູ່ພາກໃຕ້ - ảnh 1
ພົນທະຫານໄທ
(ພາບ: AFP/TTXVN)

(vovworld) – ວັນ​ທີ 7/7, ອຳນາດ​ການ​ປົກຄອງການ​ທະຫານ ​ໄທ ຖະ​ແຫຼ​ງສັນຕິພາບ​ຢູ່​ພາກ​ໃຕ້, ບ່ອນ​ທີ່​ມີ​ຊາວ ມຸດ​ສະ​ລິ​ມ​ ດຳລົງ​ຊີວິດ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ, ນີ້ແມ່ນ “ບຸລິມະສິດຮີບ​ດ່ວນ ​ແລະ ຈຳ​ເປັນ​ຂອງ​ປະ​ເທດ​ຊາດ”. ກ່າວ​ຄຳ​ເຫັນຕໍ່​ວົງການ​ນັກ​ຂ່າວ ກ່ອນ​ທີ່​ໄປ​ຢ້ຽມຢາມ​ພາກ​ໃຕ້, ທ່ານ ອຸດົມ​ເດດ ຣີຕາ​ບຸດ, ​ເລຂາທິການ​ໃຫຍສະພາ​ສັນຕິພາບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ແຫ່ງ​ຊາດ, ​ໃຫ້​ຮູ້​ວ່າ: ຜູ້ນຳ​​ອຳ​ນາດ​ການ​ປົກຄອງ​ການ​ທະຫານ ນາຍ​ພົນ ປຣາຢຸດ ຈັນ​ໂອ​ຈາ ປາດ​ຖະໜາ​ຢາກ​ປະຕິບັດ​ບັນດາ​ມາດ​ຕະການທີ່​ມີ​ປະສິດທິ​ຜົນກ່ວາ​ຢູ່​​ເຂດ​ນີ້. ອຳ​ນາດ​ການ​ປົກຄອງ​ການ​ທະຫານ​ໄດ້​ຍົກ​ອອກຖະ​ແຫຼ​ງການ​ດັ່ງກ່າວ​ພາຍຫຼັງ​ເລີ່​ມຕົ້ນ​ເດືອນ​ກິນ​ຈຽງ Ramandan ຂອງ​ຊາວ​ມຸດ​ສະ​ລິ​ມໜຶ່ງ ອາທິດ ​ແລະ ພາຍຫຼັງ​ທ່ານ​ນາຍ​ພົນ ປຣາຢຸດ ຈັນ​ໂອ​ຈາ ປະກາດ​ຈະ​ເຊື່ອມ​ຕໍ່​ບັນດາ​ການ​ເຈລະຈາ​ເພື່ອ​ນຳ​ມາ​ເຊິ່ງສັນ​ຕິ​ພາບ​ໃຫ້​ບັນດາ​ແຂວງ​ພາກ​ໃຕ້​​ແມ່ນ ປັດ​ຕາ​ນີ, ຢະ​ລາ ​ແລະ ນາຣາທິວາດ ພຽງ 2, 3 ວັນ. ​ໃນ​ບົດ​ກ່າວ​ປາ​ໄສ​ໃນ​ວັນ​ທີ 4/7, ທ່ານ ປຣາຢຸດ ຊີ້​ແຈ້ງວ່າ: ອຳນາດ​ການ​ປົກຄອງ​ການ​ທະຫານ ​ໄທ ຢາກ​ນຳ​ໃຊ້​ບັນດາ​ຍຸດ​ທະ​ສາດ​​ດ້ານ​ການ​ເມືອງ​ກ່ວາ ບັນດາ​ຍຸດ​ທະວິ​ທີການ​ທະຫານ​ຢູ່​ພາກ​ໃຕ້.


ຂ່າວ/ບົດ​ອື່ນ