ອຽກ​ລັງ ຖື​ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ເປັນ​ສຳ​ຄັນ​ໃນ​ພາກ​ພື້ນ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນປະເທດ ອຽກລັງ  Micheal Martin, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໄປຢ້ຽມຢາມ ອຽກລັງ ຢ່າງເປັນທາງການ.
ອຽກ​ລັງ ຖື​ທີ່​ຕັ້ງ​ບົດ​ບາດ​ຂອງ ຫວຽດ​ນາມ ເປັນ​ສຳ​ຄັນ​ໃນ​ພາກ​ພື້ນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ ອຽກລັງ (ພາບ:VOV)

ວັນທີ 28 ກຸມພາ, ທີ່ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ, ທ່ານປະທານາທິບໍດີ ອຽກລັງ Michael D.Higgins, ຢັ້ງຢືນວ່າ ອຽກລັງ ຖືທີ່ຕັ້ງບົດບາດຂອງ ຫວຽດນາມ ເປັນສຳຄັນໃນຍຸດທະສາດສຳລັບພາກພື້ນ ອາຊີ - ປາຊີຟິກ; ເຫັນດີເປັນເອກະພາບຈະຊຸກຍູ້ການຮ່ວມມື ແລະ ເຊື່ອມຕໍ່ສອງຝ່າຍໃນບັນດາຂົງເຂດໃຫ້ຫຼາຍກວ່າອີກ; ພ້ອມທັງຢັ້ງຢືນວ່າ  ອຽກລັງ ຈະສ້າງເງື່ອນໄຂເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ເຊື່ອມຕົວເຂົ້າກັບສັງຄົມ ແລະ ຮ່ຳຮຽນເປັນປົກກະຕິ, ສືບຕໍ່ປະກອບສ່ວນບົດບາດເປັນຂົວຕໍ່ໃນການພົວພັນມິດຕະພາບລະຫວ່າງສອງປະເທດ.

        ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຢາກເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບ ອຽກລັງ, ພ້ອມທັງເຊື່ອໝັ້ນວ່າ ຜ່ານການຢ້ຽມຢາມນີ້ ຈະພ້ອມກັບຝ່າຍ ອຽກລັງ ສຳຫຼວດກວດຄືນ, ເປັນເອກະພາບຕໍ່ບັນດາທິດທາງ, ມາດຕະການໃຫຍ່ ແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍໃຫ້ພັດທະນາຢ່າງຮອບດ້ານ ແລະ ເລິກເຊິ່ງກວ່າເກົ່າ, ສົມກັບຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນສອງປະເທດ. ທ່ານລັດຖະມົນຕີ ກໍປາດຖະໜາວ່າ ທ່ານປະທານາທິບໍດີ ອຽກລັງ ຈະຊຸກຍູ້ລັດຖະສະພາ ອຽກລັງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ; ຍູ້ແຮງການຮ່ວມມືກ່ຽວກັບດ້ານການສຶກສາ - ບຳລຸງສ້າງລະຫວ່າງສອງປະເທດ; ກ່ອນອື່ນໝົດແມ່ນການເພີ່ມຈຳນວນທຶນການສຶກສາໃຫ້ແກ່ນັກສຶກສາ ຫວຽດນາມ, ສົ່ງເສີມການຮ່ວມສຳພັນລະຫວ່າງມະຫາວິທະຍາໄລແຫ່ງຕ່າງໆ, ເຊື່ອມຕໍ່ ແລະ ຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆ…

        ກໍໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ກໍໄດ້ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອຽກລັງ.

ຕອບກັບ

ຂ່າວ/ບົດ​ອື່ນ