ອຽນບ້າຍ ຮັບໃບຢັ້ງຢືນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ “ຟ້ອນແຊ- ເມື່ອງລໍ່"

  ອຽນບ້າຍ ຮັບໃບຢັ້ງຢືນມໍລະດົກວັດທະນະທຳບໍ່ມີຮູບຮ່າງລະດັບຊາດ “ຟ້ອນແຊ- ເມື່ອງລໍ່
ອຽນ​ບ້າຍ ​ຮັບ​ໃບ​ຢັ້ງ​ຢືນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ລະ​ດັບ​ຊາດ “​ຟ້ອນ​ແຊ​ບູ​ຮານຂອງ​ຊາວ​ເຜົ່າ​ຜູ້​ໄທ- ເມື່ອງ​ລໍ່, ເງ້ຍ​ໂລະ ”

(vovworld)-  ຕອນ​ຄ່ຳ​ວັນ​ທີ 12/9, ແຂວງ ອຽນ​ບ້າຍ ໄດ້​ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ, ທ່ຽວ​ທ່ຽວ​ເມື່ອງ​ລໍ່ ແລະ ພິ​ທີ​ຮັບ​ໃບ​ຢັ້ງ​ຢືນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ລະ​ດັບ​ຊາດ “​ຟ້ອນ​ແຊ​ບູ​ຮານຂອງ​ຊາວ​ເຜົ່າ​ຜູ້​ໄທ- ເມື່ອງ​ລໍ່, ເງ້ຍ​ໂລະ ”. ຈຸດ​ທີ່​ພົ້ນ​ເດັ່ນ​ໃນ​ງານ​ບຸນ ແມ່ນ​ມີ​ນັກ​ສິ​ລະ​ປີນ, ນັກ​ສະ​ແດງກວ່າ 1500 ຄົນ ໄດ້​ສະ​ແດງ​ຂັບ​ກອນ ແລະ 6 ວ​າດ​ຟ້ອນ​ແຊ​ບູ​ຮານ ຊຶ່ງ​ແມ່ນ​ຕົ້ນ​ກຳ​ເນີດ​ຂອງ 366 ວ​າດ​ຟ້ອນ​ແຊ​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ. ທ່ານ​ນາງ ຮ່​ວາງ​ທິ​ຮົ່ງ​ແຫ້ງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ເທດ​ສະ​ບານ ເງ້ຍ​ໂລະ ໃຫ້​ຮູ້​ວ່າ :

     “ 6 ວ​າດ​ຟ້ອນ​ແຊ​ບູ​ຮານ​ຂ​ອງ​ເທດ​ສະ​ບານ ແມ່ນ​ໄດ້​ມ​ີ​ໂຄງ​ການ​ອະ​ນຸ​ລັກ​ຮັກ​ສາ​ແລ້ວ. ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ພວກ​ຂ້າ​ພະ​ເຈົ້​າ​ໄດ້​ປຸກ​ລະ​ດົມ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ຄົ້ນຄ້​ວາ​ວັດ​ທະ​ນະ​ທຳ​ເຜົ່າ​ຜູ້​ໄທ​ເພື່ອ​ຖ່າຍ​ທອດ​ກ່ຽວ​ກັບ​ບັນ​ດາວ​າດ​ຟ້ອນ​ແຊ​ບູ​ຮານຄືນ. ໃນ​ບັນ​ດາ​ງານ​ບຸນ, ວັນ​ສຳ​ຄັນ​ຕ່າງໆ, ວ​າດ​ຟ້ອນ​ແຊ​ບູ​ຮານແມ່ນ​ຂາດບໍ່​ໄດ້, ເພາະ​ມັນ​ສາ​ມາດ​ສ້າງ​ຄວ​າມ​ຜູກ​ຮັດ​ລະ​ຫວ່າງ​ທຸກ​ຄົນ​ໃນ​ສັງ​ຄົມ ແລະ ການ​ເຊື່ອມ​ຕົວ​ຂອ​ງ​ຊາວ​ທ້ອງ​ຖິ່ນ​ກັບ​ແຂກ​ທ່​ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຢາມ”
ຂ່າວ/ບົດ​ອື່ນ