ອຽນບາຍ:ໄຂສັບປະດາວັດທະນະທຳແລະທ່ອງທ່ຽວເມື່ອງລໍ່ປີ2016

ອຽນບາຍ:ໄຂສັບປະດາວັດທະນະທຳແລະທ່ອງທ່ຽວເມື່ອງລໍ່ປີ2016 - ảnh 1
ພິ​ທີ​ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ອຽນ​ບາຍ
ພາບ:Yenbai

(vovworld)- ຕອນ​ຄ່ຳ​ວັນ​ທີ17/9 ຢູ່ ເທດ​ສະ​ບານ ເຫງ໋ຍ​ໂລ້, ກະ​ຊວ​ງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ອຽນ​ບາຍ ຈັດ​ຕັ້ງ​ພິ​ທີ​ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ເມື່ອງ​ລໍ່ ແລະ ງານ​ມະ​ໂຫລານ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ເຜົ່າ​ຜູ້​ໄທ​ເຂດ​ຕາ​ເວັນ​ຕົກ​ສ່ຽງ​ເຫນືອ(ໄຕ​ບັກ)​ປີ 2016. ພິ​ທີ​ໄຂ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸດ​ເດັ່ນຂອງ​ສັບ​ປະ​ດ​າ ດ້ວຍ​ການເຂົ້າ​ຮ່ວມ​ຂອງ​ນັກ​ສະ​ແດງ​ອາ​ຊີບ ແລະ ສະ​ໝັກ​ຫລິ້ນ​ກວ່າ 1000 ຄົນ ຜ່ານ​ບັນ​ດາ​ລາຍ​ການ​ສິ​ລ​ະ​ປະ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ, ການ​ລະ​ຫລິ້ນ​ພື້ນ​ເມືອງ​ຕ່າງໆ​ຂອງ​ບັນ​ດາ​ເຜົ່າ​ຢູ່​ເຂດ​ໄຕ​ບັກ. ນີ້​ກໍ​ເປັນ​ຄັ້ງ​ທຳ​ອິດ, ງານ​ມະ​ໂຫລານ​ດັ່ງ​ກ່າວ​ຖືກ​ໄຂ​ຂຶ້ນ​ເນື່ອງ​ໃນ​ໂອ​ກາດ​ສ​ະ​ເຫລີ​ມ​ສະ​ຫລອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ເທດ​ສະ​ບາຍ ເຫງ໋ຍ​ໂລ້. ສັບ​ປະ​ດາ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ເມື່ອງ​ລໍ່ ປີ 2016 ດຳ​ເນີນ​ແຕ່​ວັນ​ທີ 15/9 ຮອດ​ວັນ​ທີ 20/9/2016 ດ້ວຍ​ຫລາຍ​ເຫດ​ການ​ວັດ​ທະ​ນະ​ທຳ ກິ​ລາ​ທີ່​ດູດ​ດື່ມ. ສັບ​ປະ​ດາ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ເມື່ອງ​ລໍ່​ແມ່ນ​ການ​ເຄື່ອນ​ໄຫວ​ສຳ​ຄັນ​ນອນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ໄຕ​ບັກ ຜ່ານນັ້ນ ປະ​ກອບ​ສ່ວນ​ປັບ​ປຸງ​ກຸ່ມ​ກ້ອນ​ສາ​ມັກ​ຄີ​ບັນ​ດາ​ເຜົ່າ, ເພີ່ມ​ທະ​ວ​ີ​ການ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ແລກ​ປ່ຽນ​ບົດ​ຮຽນ​ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ສ້າງ​ຈຸດ​ເດັ່ນ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ແລະ​ກໍ​ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ​ຢູ່​ແຂວງ ອຽນບາຍ​ໄດ້​ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ​ທັດ​ສະ​ນີ​ຍະ​ພາບ​ແຫ່ງ​ຊາດ​ນາ​ຂັ້ນ​ໄດປີ 2016.

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ