ອູແກຼນ ຈັດການເລືອກຕັ້ງສະພາແຫ່ງຊາດຊຸດທີ VII

(vovworld) - ຕອນ​ເຊົ້າ​ວັນ​ທີ 28/10, ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ​ແກຼນ ​ໄດ້​ເລີ່​ມຕົ້ນ​ການ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ ສະມາຊິກ​ສະພາ​ແຫ່ງ​ຊາດຊຸດ​ທີ VII 450 ທ່ານ ຢູ່ ສະຖານ​ທີ່​ປ່ອນ​ບັດ 32.000 ​ແຫ່ງ​ໃນ​ທົ່ວ​ປະ​ເທດ. ​ເຂົ້າ​ຮ່ວມ​ການ​ຊ່ວງ​ເສັງ​ເຂົ້າ​ອົງການ​ນິຕິບັນຍັດ ຢູ​ແກຼນ ຄັ້ງ​ນີ້, ມີ​ຜູ້​ອອກສະໝັກ​ຮັບ​ເລືອກ​ຕັ້ງ​ກວ່າ 5200 ທ່ານ ຕາງຫນ້າ​ໃຫ້​ບັນດາ​ເຂດ ​ແລະ 21 ພັກ​ຝ່າຍ​ການ​ເມືອງ. ​ເພື່ອ​ມີ​ທີ່​ຕັ້ງ​​ໃນ​ສະພາ​ແຫ່ງ​ຊາ​ດຊຸດ​ໃຫມ່, ບັນດາ​ພັກ​ຝ່າຍ​ການ​ເມືອງ​ຕ້ອງ​ບັນລຸຈຳນວນ​ບັດ​ສະຫນັບສະຫນູນ

​ບັດ ຕຳ່​ສຸດ​​ແມ່ນ ກວ່າ 5% . ຄາດ​ວ່າ ໝາກຜົນ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້ນ​ຈະ​ໄດ້​ຮັບ​ການ​ປະກາດ​ໃນ​ຕອນ​ຄຳ່​ວັນ​ທີ 28/10. ຕາມ​ການ​ກຳນົດ​ຂອງ​ກົດໝາຍ​ແລ້ວ, ຄະນະ​ກຳມະການ​ເລືອກ​ຕັ້ງ​ສູນ​ກາງ ຢູ​ແກຼນ ຈະ​ປະກາດ​ໝາກຜົນ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ກ່ອນ​ວັນ​ທີ 12/11 ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ