ອູແກຼນ ອາດຈະຈັດການເລືອກຕັ້ງ ສະພາແຫ່ງຊາດກ່ອນກຳນົດເວລາ

ອູແກຼນ ອາດຈະຈັດການເລືອກຕັ້ງ         ສະພາແຫ່ງຊາດກ່ອນກຳນົດເວລາ - ảnh 1
ທ່ານVikto Yanukovic ປະທານາທິບໍດີ ອູ​ແກຼນ
ພາບ: Internet


(vovword) - ວັນ​ທີ 04/7, ປະທານາທິບໍດີ ອູ​ແກຼນ Vikto Yanukovic ​ໄດ້​ຖະ​ແຫລ​ງວ່າ: ປະ​ເທດ​ນີ້ ອາດ​ຈະ​ຕ້ອງ​ຈັດການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ກ່ອນ​ກຳນົດ​ເວລາ ຖ້າ​ຫາກ​ວິ​ກິດ​ການ​ຢູ່​ອົງການ​ນິຕິບັນຍັດ​ເກິ​ດຂຶ້ນ ຍ້ອນ​ການ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ກ່ຽວ​ກັບ​ພາສາ​ລັດ​ເຊຍ ທີ່​ກໍ່​ການຖົກ​ຖຽງ​​ກັນ​ແກ່​ຍາວ. ທ່ານ Yanukovich ​ໄດ້​ມີ​ການ​ພົບ​ປະ​ກັບ​ການ​ນຳ​ຈຳນວນ​ຫນຶ່ງ​ທີ່​ຂຶ້ນ​ກັບ​ບັນດາ​ຝ່າຍ​ໃນ​ສະພາ​ແຫ່ງ​ຊາດ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ຖື​ວ່າ ​ແມ່ນ​ວິ​ກິດ​ການ​ຢູ່​ອົງການ​ນິຕິບັນຍັດ ພາຍຫລັງ​ປະທານ​ສະພາ​ແຫ່ງ​ຊາດ Volodymyr Lytvyn ຂໍ​ລາ​ອອກ​ຈາກ​ຕຳ​ແຫນ່​ງ. ​ໃນ​ຖະ​ແຫລ​ງການ, ສຳນັກງານ​ປະ​ທາ​ນາ​ທິບໍດີ ​ໃຫ້​ຮູ້​ວ່າ: ທ່ານ Yanukovich ຍັງ​ຄິດ​ໄລ່​​ເຖິງ​ກໍລະນີ​ທີ່​ວ່າ ຖ້າ​ຫາກ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ບໍ່ສາມາດ​ຮັບປະກັນ​ວຽກ​ງານ​ຂອງ​ສະພາ​ແຫ່ງ​ຊາດ​ເປັນ​ປົກກະຕິ ​ແມ່ນ​ອາດຈະ​ກ້າວ​ໄປ​ເຖິງ​ການ​ກະກຽມ​ບັນດາ​ລະບຽບການ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ກ່ອນ​ກຳນົດ​ເວລາ. ຕາມ​ແຜນການ​ແລ້ວ, ອູ​ແກຼນ ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ໃນ​ເດືອນ 10/2012.

 

ຂ່າວ/ບົດ​ອື່ນ